Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:6 - ພຣະຄຳພີສັກສິ

6 ພະຍານ​ທັງສອງ​ນີ້ ມີ​ສິດ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ໄວ້ ເພື່ອ​ບໍ່​ໃຫ້​ຝົນ​ຕົກ​ໃນ​ຂະນະທີ່​ພວກເພິ່ນ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ຢູ່​ນັ້ນ ພວກເພິ່ນ​ຍັງ​ມີ​ສິດ​ອຳນາດ​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄດ້ ທັງ​ມີ​ສິດ​ອຳນາດ​ບັນດານ​ໃຫ້​ໄພ​ອັນຕະລາຍ​ທຸກຢ່າງ ທໍລະມານ​ແຜ່ນດິນ​ໂລກ​ໄດ້​ທຸກ​ເວລາ ຕາມ​ຄວາມ​ປາຖະໜາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເພິ່ນ​ມີ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ເພື່ອ​ບໍ່​ໃຫ້​ຝົນຕົກ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ແລະ ພວກເພິ່ນ​ມີ​ອຳນາດ​ເຮັດ​ໃຫ້​ນ້ຳ​ກາຍເປັນ​ເລືອດ ແລະ ເພື່ອ​ຟາດ​ແຜ່ນດິນໂລກ​ດ້ວຍ​ໄພພິບັດ​ທຸກ​ຊະນິດ​ໄດ້​ເລື້ອຍ​ຕາມ​ທີ່​ພວກເພິ່ນ​ຕ້ອງການ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:6
11 Jak'a apnaqawi uñst'ayäwi  

ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


ແລ້ວ​ເທວະດາ​ຕົນ​ທີ​ສອງ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ທະເລ ແລະ​ນໍ້າ​ທະເລ​ກໍໄດ້​ກາຍເປັນ​ເໝືອນ​ດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ​ໝົດ.


ແລ້ວ​ເທວະດາ​ຕົນ​ທີ​ສາມ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ແລະ​ນໍ້າພຸ​ທັງຫລາຍ ແລະ​ແມ່ນໍ້າ​ກັບ​ນໍ້າພຸ​ເຫຼົ່ານັ້ນ​ກໍໄດ້​ກາຍເປັນ​ເລືອດ.


ເມື່ອ​ເທວະດາ​ຕົນ​ທີ​ສອງ​ເປົ່າແກ​ຂຶ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍ​ໃຫຍ່​ທີ່​ໄຟ​ກຳລັງ​ໄໝ້​ຢູ່ ໄດ້​ຖືກ​ຖິ້ມ​ລົງ​ໃນ​ທະເລ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


ແມ່ນ​ຜູ້ໃດ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພຣະ​ທີ່​ມີ​ຣິດອຳນາດ​ເຫຼົ່ານັ້ນ​ໄດ້? ແມ່ນ​ພຣະ​ເຫຼົ່ານີ້​ແຫລະ ທີ່​ໄດ້​ຂ້າ​ຊາວ​ເອຢິບ​ດ້ວຍ​ໄພພິບັດ​ນາໆ​ປະການ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka