Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:5 - ພຣະຄຳພີສັກສິ

5 ຖ້າ​ຜູ້ໃດ​ພະຍາຍາມ​ເຮັດ​ຮ້າຍ​ໃຫ້​ພະຍານ​ທັງສອງ​ນັ້ນ ໄຟ​ຈະ​ອອກ​ມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ​ເຜົາຜານ​ສັດຕູ​ຂອງ​ພວກເພິ່ນ​ເສຍ. ຖ້າ​ຜູ້ໃດ​ທີ່​ຢາກ​ທຳຮ້າຍ​ພວກເພິ່ນ ຜູ້ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ທຳລາຍ​ພະຍານ​ທັງ​ສອງ, ໄຟ​ຈະ​ອອກມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ເຜົາຜານ​ບັນດາ​ສັດຕູ​ຂອງ​ພວກເພິ່ນ. ຜູ້ໃດ​ຢາກ​ທຳລາຍ​ພວກເພິ່ນ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ຢ່າງ​ນີ້​ແຫລະ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:5
13 Jak'a apnaqawi uñst'ayäwi  

ຄວັນໄຟ​ຟົ້ງ​ອອກ​ຈາກ​ຮູດັງ​ຂອງ​ພຣະອົງ ແປວ​ໄຟກ້າ​ເຜົາຜານ​ອອກ​ມາ​ຈາກ​ປາກ​ພຣະອົງ​ດ້ວຍ.


ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.


ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ນິມິດ​ນີ້​ຄືກັນ​ກັບ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ເມື່ອ​ພຣະເຈົ້າ​ໄດ້​ສະເດັດ​ມາ​ເພື່ອ​ທຳລາຍ​ນະຄອນ​ເຢຣູຊາເລັມ ແລະ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ແລ້ວ​ຂ້າພະເຈົ້າ​ກໍ​ກົ້ມ​ຂາບລົງ​ກັບ​ພື້ນດິນ.


ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ຜູ້ທຳນວາຍ​ຂອງເຮົາ​ນຳ​ເອົາ​ການ​ພິພາກສາ ແລະ​ການທຳລາຍ​ມາ​ສູ່​ພວກເຈົ້າ. ສິ່ງ​ທີ່​ເຮົາ​ຕ້ອງການ​ຈາກ​ພວກເຈົ້າ​ນັ້ນ ກໍ​ເຂົ້າໃຈ​ແລະ​ເຫັນ​ໄດ້​ງ່າຍ​ຄື:


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,


ສັດຮ້າຍ​ນັ້ນ ໄດ້​ສະແດງ​ໝາຍສຳຄັນ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ຟ້າ ລົງ​ສູ່​ແຜ່ນດິນ​ໂລກ​ຕໍ່ໜ້າຕໍ່ຕາ​ມະນຸດ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka