ພຣະນິມິດ 11:4 - ພຣະຄຳພີສັກສິ4 ພະຍານທັງສອງໄດ້ແກ່ຕົ້ນກອກເທດສອງຕົ້ນ ແລະຄັນຕະກຽງຄຳສອງອັນ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ພະຍານທັງສອງຄື “ຕົ້ນໝາກກອກສອງຕົ້ນ ແລະ ຫລັກຕະກຽງຄຳສອງອັນທີ່ຕັ້ງຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າຂອງໂລກ”. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”