Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:3 - ພຣະຄຳພີສັກສິ

3 ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເຮົາ​ຈະ​ມອບ​ລິດອຳນາດ​ໃຫ້​ແກ່​ພະຍານ​ທັງ​ສອງ​ຂອງ​ເຮົາ ແລະ ພວກເຂົາ​ຈະ​ນຸ່ງຫົ່ມ​ຜ້າກະສອບເຂົ້າ ແລະ ຈະ​ທຳນວາຍ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ”

Uka jalj uñjjattʼäta Copia luraña




ພຣະນິມິດ 11:3
43 Jak'a apnaqawi uñst'ayäwi  

ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.


ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ໂຢອາບ ແລະ​ຄອບຄົວ​ຂອງຕົນ ຈີກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ ແລະ​ໃສ່​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ​ໃຫ້​ອັບເນ. ໃນ​ພິທີ​ສົ່ງສະການ ກະສັດ​ດາວິດ​ໄດ້​ຍ່າງ​ຕາມຫລັງ​ຫີບ​ສົບ​ຂອງ​ອັບເນ.


ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.


ພໍ​ກະສັດ​ເຮເຊກີຢາ​ໄດ້ຍິນ​ຄຳ​ລາຍງານ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ, ນຸ່ງ​ຜ້າ​ກະສອບ​ເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.


ໃນ​ມື້​ທີ​ຊາວສີ່ ຂອງ​ເດືອນ​ດຽວກັນ​ນີ້ ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຕົ້າໂຮມ​ກັນ​ຖືສິນ​ອົດອາຫານ ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ສຳລັບ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ແຍກຕົວ​ເອງ​ອອກ​ຈາກ​ຄົນຕ່າງຊາດ​ທຸກຄົນ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ພ້ອມ​ທັງ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ເທິງ​ຫົວ ອັນ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ແລ້ວ​ພວກເຂົາ​ກໍ​ຢືນ​ຂຶ້ນ​ສາລະພາບ​ການ​ຜິດບາບ​ຂອງ​ພວກ​ເຂົາເອງ ແລະ​ຜິດບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ເຮັດ.


ຂ້ອຍ​ນຸ່ງ​ຜ້າ​ກະສອບເຂົ້າ​ໂສກເສົ້າ​ແລະ​ທຸກໃຈ ໃນ​ຂີ້ຝຸ່ນ​ດິນ ຂ້ອຍ​ນັ່ງ​ຢູ່​ທີ່​ນັ້ນ​ຢ່າງ​ພ່າຍແພ້.


ເມື່ອ​ຂ້ານ້ອຍ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ ຄົນ​ກໍ​ຫົວຂວັນ​ເຍາະເຍີ້ຍ​ຂ້ານ້ອຍ​ຊໍ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ເມື່ອ​ໝົດ​ໂທດ​ນັ້ນ​ແລ້ວ ຈົ່ງ​ປິ່ນ​ເບື້ອງ​ນອນ​ຕະແຄງ​ຂ້າງ​ຂວາ ແລະ​ທົນທຸກ​ສຳລັບ​ຄວາມຜິດ​ຂອງ​ຢູດາຍ​ອີກ​ເປັນ​ເວລາ​ສີ່ສິບ​ວັນ ຄື​ວັນ​ໜຶ່ງ​ຕໍ່​ປີ​ໜຶ່ງ​ສຳລັບ​ໂທດ​ຂອງ​ພວກເຂົາ.


ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ອີກ​ຕົນ​ໜຶ່ງ​ຕອບ​ວ່າ, “ເຫດການ​ນີ້​ຈະ​ດຳເນີນ​ຕໍ່ໄປ​ເປັນ​ເວລາ 1.150 ວັນ ໃນ​ລະຫວ່າງ​ນີ້​ຈະ​ບໍ່ມີ​ການຖວາຍ​ເຄື່ອງບູຊາ​ຍາມ​ແລງ ແລະ​ຍາມ​ເຊົ້າ. ແລ້ວ​ພຣະວິຫານ​ກໍ​ຈະ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່.”


ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


ປະຊາຊົນ​ໃນ​ເມືອງ​ນີເນເວ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຕັດສິນໃຈ​ໃຫ້​ທຸກຄົນ ບໍ່​ວ່າ​ຄົນ​ຊັ້ນສູງ​ຫລື​ຄົນ​ຊັ້ນຕໍ່າ ຕ້ອງ​ອົດອາຫານ ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ເພື່ອ​ສະແດງ​ວ່າ​ພວກເຂົາ​ສຳນຶກ​ຜິດ​ແລ້ວ.


ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.


ມີ​ສອງ​ຄົນ​ໃນ​ພວກ​ຜູ້ນຳ​ເຈັດສິບ​ຄົນ ຄື​ເອັນດາດ​ແລະ​ເມດາດ​ທີ່​ພັກ​ຢູ່​ໃນ​ຄ້າຍ ແລະ​ບໍ່ໄດ້​ເຂົ້າ​ມາ​ໃນ​ຫໍເຕັນ. ພຣະວິນຍານ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຢູ່​ທີ່​ຄ້າຍພັກ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຮ້ອງ​ສຽງດັງ​ເໝືອນ​ດັ່ງ​ຜູ້ທຳນວາຍ.


ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ


ແຕ່​ຖ້າ​ລາວ​ບໍ່​ຟັງ​ເຈົ້າ ຈົ່ງ​ນຳ​ເອົາ​ຄົນ​ໜຶ່ງ ຫລື​ສອງ​ຄົນ​ໄປ​ກັບ​ເຈົ້າ ເພື່ອ​ໃຫ້​ເປັນ​ພະຍານ​ສອງ​ຫລື​ສາມ​ປາກ ເພື່ອ​ວ່າ​ທຸກໆ​ຖ້ອຍຄຳ​ນັ້ນ​ຈະ​ລວມ​ເປັນ​ຫຼັກຖານ.


“ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ເມືອງ​ເບັດສາອີດາ​ກໍ​ເຊັ່ນດຽວ​ກັນ ວິບັດ​ສຳລັບ​ເຈົ້າ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ເມືອງ​ຂອງ​ເຈົ້າ ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ ແລະ ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ເຫຼົ່ານີ້​ກໍ​ຄົງ​ຈະ​ນັ່ງ​ລົງ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໃຊ້​ຂີ້ເທົ່າ​ໂຮຍ​ຫົວ​ແຕ່​ດົນນານ​ມາ​ແລ້ວ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່,


ພວກເຈົ້າ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ເຫຼົ່ານີ້.


ຝ່າຍ​ພວກເຈົ້າ​ກໍ​ຈະ​ເປັນ​ພະຍານ​ກ່ຽວກັບ​ເຮົາ​ເໝືອນກັນ ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ຕັ້ງແຕ່​ຕົ້ນ​ມາ​ແລ້ວ.”


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ມະນຸດ​ຈະ​ຮັບ​ສິ່ງໃດ​ບໍ່ໄດ້ ນອກຈາກ​ທີ່​ຊົງ​ໂຜດ​ປະທານ​ຈາກ​ສະຫວັນ ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ເພິ່ນ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ເປັນ​ເວລາ​ຫລາຍ​ວັນ ທີ່​ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ຫລາຍ​ຄົນ​ໃຫ້​ໄດ້​ເຫັນ ຄື​ພວກ​ທີ່​ຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ເຖິງ​ນະຄອນ​ເຢຣູຊາເລັມ, ບັດນີ້​ຄົນ​ເຫຼົ່ານັ້ນ​ແຫຼະ ໄດ້​ເປັນ​ພະຍານ​ຝ່າຍ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.


ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະເຢຊູເຈົ້າ​ອົງ​ນີ້ ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ພວກ​ຂ້າພະເຈົ້າ​ທຸກຄົນ ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ທ່ານ​ທັງຫລາຍ​ຈຶ່ງ​ໄດ້​ຂ້າ​ຜູ້​ທີ່​ເຮັດ​ໃຫ້​ມີ​ຊີວິດ​ອັນ​ແທ້ຈິງ ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ໄດ້.


ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.


ນີ້​ກໍ​ເປັນ​ເທື່ອ​ທີ​ສາມ ທີ່​ເຮົາ​ກຳລັງ​ຈະ​ມາ​ຫາ​ພວກເຈົ້າ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຂໍ້​ກ່າວຫາ​ໃດໆ ຕ້ອງ​ມີ​ພະຍານ​ສອງ ຫລື​ສາມ​ປາກ​ຈຶ່ງ​ເປັນ​ທີ່​ເຊື່ອຖື​ໄດ້.”


ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.


ເຖິງ​ຢ່າງ​ໃດ​ກໍຕາມ ຜູ້​ທີ່​ຖືກ​ກ່າວຫາ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ກໍ​ຕໍ່​ເມື່ອ​ມີ​ພະຍານ​ສອງ​ຫລື​ສາມ​ຄົນ​ເປັນ​ຫຼັກຖານ. ຖ້າ​ມີ​ພະຍານ​ແຕ່​ຜູ້​ດຽວ​ເທົ່ານັ້ນ ຢ່າ​ໄດ້​ລົງໂທດ​ຄົນ​ນັ້ນ​ໃຫ້​ເຖິງ​ຕາຍ.


“ພະຍານ​ປາກ​ດຽວ​ບໍ່​ພຽງພໍ​ຈະ​ຢືນຢັນ​ກ່າວໂທດ​ຜູ້​ເຮັດ​ຜິດ​ໄດ້; ຢ່າງໜ້ອຍ​ຕ້ອງ​ມີ​ພະຍານ​ສອງ​ຄົນ​ຂຶ້ນ​ໄປ ຈຶ່ງ​ຈະ​ພິສູດ​ໄດ້​ວ່າ​ຄົນ​ນັ້ນ​ໄດ້​ເຮັດ​ຜິດ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ພະຍານ​ທັງສອງ​ນີ້ ມີ​ສິດ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ໄວ້ ເພື່ອ​ບໍ່​ໃຫ້​ຝົນ​ຕົກ​ໃນ​ຂະນະທີ່​ພວກເພິ່ນ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ຢູ່​ນັ້ນ ພວກເພິ່ນ​ຍັງ​ມີ​ສິດ​ອຳນາດ​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄດ້ ທັງ​ມີ​ສິດ​ອຳນາດ​ບັນດານ​ໃຫ້​ໄພ​ອັນຕະລາຍ​ທຸກຢ່າງ ທໍລະມານ​ແຜ່ນດິນ​ໂລກ​ໄດ້​ທຸກ​ເວລາ ຕາມ​ຄວາມ​ປາຖະໜາ.


ຝ່າຍ​ແມ່ຍິງ​ນັ້ນ ໄດ້​ປົບໜີ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມາ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ ເພື່ອ​ວ່າ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ທີ່​ນັ້ນ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.


ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ສັດ​ນັ້ນ​ມີ​ປາກ ເວົ້າ​ຄຳ​ຈອງຫອງ​ແລະ​ໝິ່ນປະໝາດ ແລະ​ຊົງ​ໃຫ້​ມັນ​ມີ​ອຳນາດ​ເຮັດ​ຢ່າງ​ນັ້ນ​ຕະຫລອດ​ສີ່ສິບສອງ​ເດືອນ.


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka