Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:19 - ພຣະຄຳພີສັກສິ

19 ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຫີບ​ພັນທະສັນຍາ​ພາຍ​ໃນ​ວິຫານ​ຂອງ​ພຣະອົງ. ແລະ ທີ່​ນັ້ນ​ເກີດ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸ​ໝາກເຫັບ​ຕົກ​ຢ່າງ​ຮ້າຍແຮງ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:19
33 Jak'a apnaqawi uñst'ayäwi  

ພຣະອົງ​ສົ່ງ​ໝາກເຫັບ​ແລະ​ຟ້າ​ແມບເຫລື້ອມ ແທນ​ທີ່​ຈະ​ເປັນ​ນໍ້າ​ຝົນ​ລົງ​ມາ​ສູ່​ດິນແດນ​ນັ້ນ.


ຕໍ່ໜ້າ​ພຣະອົງ​ມີ​ໝາກເຫັບ​ກັບ​ແສງສຸກໃສ ແສງໄຟ​ແວວວາວ​ທະລຸ​ກ້ອນເມກ​ອັນ​ໜາແໜ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ມີ​ຄົນ​ໜຶ່ງ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ ຕຽມພ້ອມ​ເພື່ອ​ໂຈມຕີ​ພວກເຂົາ ຄື​ຄົນ​ໜຶ່ງ​ທີ່​ຈະ​ມາ​ດັ່ງ​ພະຍຸ​ໝາກເຫັບ, ດັ່ງ​ຫ່າຝົນ ແລະ​ດັ່ງ​ນໍ້າ​ໄຫລເຊາະ​ຖ້ວມ​ລົ້ນ​ເຕັມ​ໄປ​ທົ່ວ​ດິນແດນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ດ້ວຍ​ລົມພະຍຸ ທີ່​ມີ​ສຽງ​ຟ້າຮ້ອງ​ຟ້າແມບ ແລະ​ແຜ່ນດິນ​ໄຫວ. ພຣະອົງ​ຈະ​ສົ່ງ​ລົມ​ພະຍຸ​ຮ້າຍ ແລະ​ແປວໄຟ​ອັນ​ແກ່ກ້າ​ມາ;


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ແຕ່​ໝາກເຫັບ​ຈະ​ຕົກ​ໃນ​ປ່າ ແລະ​ເມືອງ​ກໍ​ຈະ​ເພພັງ​ລົງ.


ຈົ່ງ​ບອກ​ພວກ​ຜູ້ທຳນວາຍ​ວ່າ ກຳແພງ​ຂອງ​ພວກເຂົາ​ຈະ​ລົ້ມ​ທະລາຍ​ລົງ. ເຮົາ​ຈະ​ສົ່ງ​ຝົນ​ເທ​ລົງ​ມາ. ໝາກເຫັບ​ຈະ​ຕົກ​ເທິງ​ກຳແພງ​ນັ້ນ ແລະ​ລົມພະຍຸ​ກໍ​ຈະ​ພັດ​ໃສ່.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ເຮົາ​ຈະ​ລົງໂທດ​ລາວ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ຈະ​ໃຫ້​ເລືອດ​ນອງ​ແຜ່ນດິນ. ພະຍຸຝົນ​ແລະ​ໝາກເຫັບ​ພ້ອມ​ທັງ​ໄຟ​ກັບ​ມາດ ຈະ​ຕົກລົງ​ຖືກ​ລາວ ແລະ​ກອງທັບ​ຕະຫລອດ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ຝ່າຍ​ລາວ​ດ້ວຍ.


ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.


ເມື່ອ​ເຖິງ​ເວລາ​ຍົກຍ້າຍ​ຄ້າຍພັກ ໃຫ້​ຄົນ​ໃນ​ຕະກຸນ​ໂກຮາດ​ຫາມ​ເຄື່ອງ​ອັນ​ບໍຣິສຸດ​ເຫຼົ່ານີ້​ໄປ ຫລັງຈາກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ປົກຄຸມ​ຫຸ້ມຫໍ່​ແລ້ວ. ຄົນ​ໃນ​ຕະກຸນ​ໂກຮາດ​ບໍ່​ຕ້ອງ​ແຕະຕ້ອງ​ເຄື່ອງໃຊ້​ອັນ​ບໍຣິສຸດ​ນີ້​ເດັດຂາດ ຖ້າ​ແຕະຕ້ອງ ພວກເຂົາ​ຈະ​ຕ້ອງ​ຕາຍ. ເມື່ອ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ເທື່ອໃດ ຄົນ​ໃນ​ຕະກຸນ​ໂກຮາດ​ຈະ​ຕ້ອງ​ຮັບ​ໜ້າທີ່​ດັ່ງ​ກ່າວ​ນີ້​ທຸກ​ຄັ້ງ.


ເວລາ​ຊາວ​ອິດສະຣາເອນ​ຍົກຍ້າຍ​ຄ້າຍພັກ ໃຫ້​ອາໂຣນ​ແລະ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ປົດ​ເອົາ​ຜ້າກັ້ງ​ຊຶ່ງ​ໃຊ້​ບັງ​ຫີບ​ພັນທະສັນຍາ​ນັ້ນ​ປົກ​ຫີບ​ໄວ້.


ໃນ​ຂະນະທີ່​ພວກອາໂມ​ກຳລັງ​ປົບໜີ ຈາກ​ເມືອງ​ເບັດ​ໂຮໂຣນ​ໄປ​ສູ່​ເມືອງ​ອາເຊກາ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ໃຫຍ່​ຈາກ​ທ້ອງຟ້າ​ຕົກ​ຖືກ​ພວກເຂົາ. ສະນັ້ນ ພວກ​ທີ່​ຕາຍ​ຍ້ອນ​ໝາກເຫັບ​ຕົກ​ຖືກ​ນັ້ນ ຈຶ່ງ​ມີ​ຫລາຍກວ່າ​ພວກ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.


ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ມີ​ໝາຍສຳຄັນ​ອັນ​ໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ ຄື​ຍິງ​ຜູ້ໜຶ່ງ ມີ​ດວງອາທິດ​ປົກຄຸມ​ຕົວ​ເໝືອນ​ນຸ່ງ​ເສື້ອຜ້າ ມີ​ດວງເດືອນ​ຢູ່​ໃຕ້​ຕີນ ແລະ​ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


ແລ້ວ​ກໍ​ມີ​ຟ້າ​ແມບເຫຼື້ອມ, ມີ​ສຽງ​ແຕກ​ດັງ​ສະໜັ່ນ, ຟ້າຮ້ອງ​ຢ່າງ​ບໍ່​ຂາດ​ສາຍ ແລະ​ແຜ່ນດິນ​ກໍ​ໄຫວ​ຢ່າງ​ແຮງ. ຕັ້ງແຕ່​ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ໂລກ ບໍ່ເຄີຍ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ແລະ​ຮ້າຍແຮງ​ຂະໜາດ​ນີ້​ຈັກເທື່ອ ນີ້​ແມ່ນ​ແຜ່ນດິນ​ໄຫວ​ຄັ້ງ​ຍິ່ງໃຫຍ່​ທີ່ສຸດ


ມີ​ໝາກເຫັບ​ໃຫຍ່ ໜັກ​ກ້ອນ​ລະ​ຫ້າສິບ​ກິໂລກຼາມ ຕົກ​ຈາກ​ທ້ອງຟ້າ​ຖືກ​ຄົນ​ທັງປວງ, ພວກເຂົາ​ໄດ້​ປ້ອຍດ່າ​ພຣະເຈົ້າ ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ. ດ້ວຍວ່າ ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ເຫລືອເກີນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


ແລ້ວ​ເທວະດາ​ຕົນ​ນັ້ນ ໄດ້​ຖື​ໝໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນບູຊາ​ໃສ່​ຈົນ​ເຕັມ ແລ້ວ​ໂຍນ​ໝໍ້​ນັ້ນ ລົງ​ເທິງ​ແຜ່ນດິນ​ໂລກ ແລ້ວ​ກໍ​ເກີດ​ມີ​ຟ້າຮ້ອງ ສຽງ​ແຕກ​ສະໜັ່ນ ຟ້າ​ແມບເຫຼື້ອມ ແລະ​ແຜ່ນດິນ​ຫວັ່ນໄຫວ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka