ພຣະນິມິດ 11:18 - ພຣະຄຳພີສັກສິ18 ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່18 ບັນດາປະຊາຊາດກໍໂກດຮ້າຍ, ແຕ່ຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ. ເວລານັ້ນໄດ້ມາເຖິງແລ້ວສຳລັບພິພາກສາຄົນທີ່ໄດ້ຕາຍແລ້ວ, ແລະ ເພື່ອມອບບຳເໜັດແກ່ບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ບັນດາຄົນຂອງພຣະອົງຜູ້ທີ່ຢຳເກງນາມຂອງພຣະອົງ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນເວລາສຳລັບການທຳລາຍບັນດາຜູ້ທີ່ທຳລາຍໂລກ”. Uka jalj uñjjattʼäta |
ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.