Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:17 - ພຣະຄຳພີສັກສິ

17 ກາບ​ທູນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ອົງ​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພວກ​ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ ພຣະອົງ ຈຶ່ງ​ໄດ້​ຊົງ​ຕັ້ງຕົ້ນ​ສະເຫວີຍ​ຣາດ ທີ່​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ໂດຍ​ກ່າວ​ວ່າ: “ພວກຂ້ານ້ອຍ​ທັງຫລາຍ​ຂອບພຣະຄຸນ​ພຣະອົງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ດຳລົງ​ຢູ່​ໃນ​ອະດີດ, ເພາະ​ພຣະອົງ​ໄດ້​ສະແດງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ໄດ້​ເລີ່ມ​ປົກຄອງ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:17
27 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ຈະ​ຮ້ອງລຳ​ທຳເພງ ແລະ​ຍ້ອງຍໍ​ສັນລະເສີນ​ຣິດທານຸພາບ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງ​ເທິງ ແລະ​ພຣະ​ສະຫງ່າຣາສີ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ສັນລະເສີນ​ແລະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ. ພຣະອົງ​ໄດ້​ປະທານ​ໃຫ້​ຂ້ານ້ອຍ​ມີ​ປັນຍາ ພ້ອມທັງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ດ້ວຍ; ພຣະອົງ​ຕອບ​ສິ່ງ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ ບອກ​ຄຳຕອບ​ແກ່​ພວກ​ຂ້ານ້ອຍ​ໃຫ້​ກະສັດ​ໄດ້​ຮູ້.”


ເມື່ອ​ດານີເອນ​ຮູ້ວ່າ​ໜັງສື​ຄຳສັ່ງ​ໄດ້​ເຊັນ​ລົງ​ໄປ​ແລ້ວ ເພິ່ນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ. ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ເຮືອນ​ນັ້ນ ມີ​ປ່ອງຢ້ຽມ​ຢູ່​ສາມ​ປ່ອງ​ປິ່ນໜ້າ​ໃສ່​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນັ້ນ​ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ ດານີເອນ​ໄດ້​ຄຸເຂົ່າ​ລົງ​ຕໍ່ໜ້າ​ປ່ອງຢ້ຽມ​ທີ່​ໄຂ​ໄວ້, ພາວັນນາ​ອະທິຖານ ແລະ​ໂມທະນາ​ຂອບ​ພຣະຄຸນ​ຕໍ່​ພຣະເຈົ້າ​ຂອງເພິ່ນ ວັນ​ລະ​ສາມ​ເທື່ອ ດັ່ງ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ​ແຕ່ກ່ອນ.


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ກື່ງ​ກ້ອນຫີນ​ອອກ ຝ່າຍ​ພຣະເຢຊູເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ທີ່​ພຣະອົງ​ຟັງ​ຂ້ານ້ອຍ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ຂອງ​ພຣະຣາຊທານ ອັນ​ເຫຼືອ​ທີ່​ຈະ​ພັນລະນາ​ໃຫ້​ສິ້ນສຸດ​ໄດ້.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ໂຜດ​ຊູ​ກຳລັງ​ເຮົາ. ດ້ວຍວ່າ, ພຣະອົງ​ຊົງ​ຖື​ເຮົາ​ວ່າ​ເປັນ​ຜູ້​ສັດຊື່ ແລະ​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະອົງ,


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ແຫ່ງ​ນໍ້າ​ນັ້ນ​ຮ້ອງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຜູ້​ບໍຣິສຸດ ຜູ້​ຊົງ​ດຳລົງ​ຢູ່​ບັດນີ້ ແລະ​ຜູ້​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ເພາະ​ພຣະອົງ​ຊົງ​ພິພາກສາ​ເຫດການ​ເຫຼົ່ານີ້.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ແທ່ນບູຊາ​ຮ້ອງ​ວ່າ, “ຈິງຢູ່ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ການ​ພິພາກສາ​ຂອງ​ພຣະອົງ​ກໍ​ທ່ຽງແທ້​ແລະ​ຍຸດຕິທຳ.”


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ ເໝືອນ​ສຽງ​ນໍ້າ​ນອງ​ຕົກຕາດ ແລະ​ເໝືອນ​ຟ້າຮ້ອງ​ສຽງ​ແຮງກ້າ​ວ່າ, “ຮາເລລູຢາ ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຣິດທານຸພາບ​ອັນ​ສູງສຸດ ໄດ້​ຊົງ​ຂຶ້ນ​ສະເຫວີຍ​ຣາດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka