Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:13 - ພຣະຄຳພີສັກສິ

13 ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:13
21 Jak'a apnaqawi uñst'ayäwi  

ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ດ້ວຍ​ລົມພະຍຸ ທີ່​ມີ​ສຽງ​ຟ້າຮ້ອງ​ຟ້າແມບ ແລະ​ແຜ່ນດິນ​ໄຫວ. ພຣະອົງ​ຈະ​ສົ່ງ​ລົມ​ພະຍຸ​ຮ້າຍ ແລະ​ແປວໄຟ​ອັນ​ແກ່ກ້າ​ມາ;


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.


ພວກເຂົາ​ເອີ້ນ​ຊາຍ​ຕາບອດ​ມາ​ເປັນ​ເທື່ອ​ທີ​ສອງ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຈົ່ງ​ສັນຍາ​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ເວົ້າ​ຄວາມຈິງ ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ຫລັງຈາກ​ສາມ​ວັນ​ເຄີ່ງ​ຜ່ານ​ໄປ​ແລ້ວ ລົມຫາຍໃຈ​ທີ່​ມີ​ຊີວິດ​ມາ​ຈາກ​ພຣະເຈົ້າ ກໍໄດ້​ເຂົ້າ​ໄປ​ໃນ​ຊາກສົບ​ຂອງ​ພວກເພິ່ນ ແລະ​ທັງສອງ​ໄດ້​ລຸກ​ຂຶ້ນ ແລະ​ທຸກຄົນ​ທີ່​ໄດ້​ເຫັນ​ພວກເພິ່ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່ຫລວງ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


ໃຫ້​ເຮົາ​ທັງຫລາຍ​ຊົມຊື່ນ​ແລະ​ປິຕິຍິນດີ ພາກັນ​ຖວາຍ​ພຣະກຽດ​ແດ່​ພຣະອົງ ເພາະ​ເຖິງ​ເວລາ​ແຫ່ງ​ການ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ແລ້ວ ແລະ​ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມພ້ອມ​ແລ້ວ.


ແຕ່​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ທີ່​ເມືອງ​ຊາເດ ທີ່​ຮັກສາ​ເສື້ອຜ້າ​ຂອງຕົນ​ບໍ່​ໃຫ້​ເປິເປື້ອນ ຄົນ​ເຫຼົ່ານັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ ແລະ​ຍ່າງ​ໄປ​ກັບ​ເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ສົມຄວນ​ຢູ່​ແລ້ວ.


ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.


ແລ້ວ​ເທວະດາ​ຕົນ​ນັ້ນ ໄດ້​ຖື​ໝໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນບູຊາ​ໃສ່​ຈົນ​ເຕັມ ແລ້ວ​ໂຍນ​ໝໍ້​ນັ້ນ ລົງ​ເທິງ​ແຜ່ນດິນ​ໂລກ ແລ້ວ​ກໍ​ເກີດ​ມີ​ຟ້າຮ້ອງ ສຽງ​ແຕກ​ສະໜັ່ນ ຟ້າ​ແມບເຫຼື້ອມ ແລະ​ແຜ່ນດິນ​ຫວັ່ນໄຫວ.


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka