Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:12 - ພຣະຄຳພີສັກສິ

12 ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ແລ້ວ​ພວກເພິ່ນ​ກໍ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້”. ແລ້ວ​ພະຍານ​ທັງ​ສອງ​ນັ້ນ​ກໍ​ຂຶ້ນ​ໄປ​ໃນ​ເມກ​ສູ່​ສະຫວັນ ຂະນະ​ທີ່​ສັດຕູ​ທັງຫລາຍ​ຂອງ​ພວກເພິ່ນ​ເບິ່ງ​ຢູ່.

Uka jalj uñjjattʼäta Copia luraña




ພຣະນິມິດ 11:12
21 Jak'a apnaqawi uñst'ayäwi  

ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ລົມພະຍຸ​ນັ້ນ ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ເມືອງ​ກິນການ.


ໃນ​ຂະນະທີ່​ທັງສອງ​ພວມ​ຍ່າງ​ລົມກັນ​ໄປ​ນັ້ນ; ທັນໃດນັ້ນ ກໍ​ມີ​ຝູງ​ມ້າໄຟ​ແກ່​ລົດມ້າ​ໄຟ​ຄັນ​ໜຶ່ງ​ແລ່ນ​ຜ່າ​ກາງ​ທັງສອງ​ໄປ ແລະ​ລົມພະຍຸ​ກໍ​ພັດ​ຫອບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ.


ມີ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ໄດ້​ອອກ​ໄປ​ຫາ​ເອລີຊາ ແລະ​ຖາມ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ວັນນີ້ ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ນາຍ​ຂອງເຈົ້າ​ໄປ​ຈາກ​ເຈົ້າ?” ເອລີຊາ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ຮູ້ ແຕ່​ຢ່າ​ເວົ້າ​ເຖິງ​ເລື່ອງ​ນີ້​ເລີຍ.”


ໂດຍ​ມີ​ພວກ​ຜູ້ທຳນວາຍ​ຫ້າສິບ​ຄົນ ຕິດຕາມ​ໄປ​ຈົນເຖິງ​ແມ່ນໍ້າ​ຈໍແດນ. ເອລີຢາ​ກັບ​ເອລີຊາ​ໄດ້​ໄປ​ຢືນ​ຢູ່​ໃກ້​ແມ່ນໍ້າ ສ່ວນ​ບັນດາ​ຜູ້ທຳນວາຍ​ຫ້າສິບ​ຄົນ​ນັ້ນ ຢືນ​ຢູ່​ຫ່າງ​ຈາກ​ເພິ່ນ​ທັງສອງ​ໄປ​ໜ້ອຍໜຶ່ງ.


ເມື່ອ​ຄົນຊົ່ວ​ເຫັນ​ການ​ນີ້​ແລ້ວ​ກໍ​ເກີດ​ຄວາມ​ບໍ່​ພໍໃຈ ຈຶ່ງ​ມີ​ໃຈ​ຢາກ​ຮ້າຍ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ. ຝ່າຍ​ຄົນຊົ່ວຊ້າ​ນັ້ນ​ຈະ​ສູນຫາຍ​ໄປ​ໃນ​ທີ່ສຸດ ແລະ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ກໍ​ສູນຫາຍ​ໄປ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຜູ້ໃດ​ຈະ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະອົງ​ໄດ້? ຜູ້ໃດ​ຈະ​ນະມັດສະການ​ທີ່​ຊີໂອນ​ເນີນພູ​ສັກສິດ ​ຂອງ​ພຣະອົງ​ນັ້ນ​ໄດ້.


ຜູ້ໃດ​ມີ​ສິດ​ຂຶ້ນ​ໄປ​ເທິງ​ເນີນພູ​ຂອງ​ພຣະເຈົ້າຢາເວ ໄດ້​ແດ່? ຜູ້ໃດ​ຈະ​ຢືນ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ?


ຂໍ​ຊົງ​ໂຜດ​ໃຫ້​ໝາຍສຳຄັນ​ແກ່​ຂ້ານ້ອຍ​ໄດ້​ເຫັນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແດ່ ເພື່ອ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ຈະ​ໄດ້​ອັບອາຍ​ຂາຍໜ້າ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຊົງ​ໃຫ້​ຄວາມ​ເລົ້າໂລມ​ໃຈ​ແກ່​ຂ້ານ້ອຍ ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ແກ່​ຂ້ານ້ອຍ.


ພຣະອົງ​ໄດ້​ເຮັດ​ໃຫ້​ລໍ້​ລົດຮົບ​ຄາ​ດິນ ແລະ​ໝູນ​ໄປ​ໄດ້​ຍາກ​ເຕັມທີ. ເມື່ອ​ເຫັນ​ເປັນ​ເຊັ່ນນັ້ນ ຊາວ​ເອຢິບ​ຈຶ່ງ​ຮ້ອງ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ເຂົ້າ​ຂ້າງ​ພວກ​ອິດສະຣາເອນ​ສູ້ຮົບ​ພວກເຮົາ. ໃຫ້​ພາກັນ​ໜີ​ອອກ​ຈາກ​ທີ່​ນີ້​ດຽວ​ນີ້.”


ເຈົ້າ​ໄດ້​ເວົ້າ​ໃນໃຈ​ວ່າ, “ຂ້ອຍ​ຈະ​ຂຶ້ນ​ໄປ​ສະຫວັນ ແລະ​ຕັ້ງ​ບັນລັງ​ຂອງ​ຂ້ອຍ​ໄວ້​ໃນ​ທີ່​ສູງສຸດ​ເໜືອ​ດວງດາວ​ຕ່າງໆ. ຂ້ອຍ​ຈະ​ຕ້ອງ​ນັ່ງ​ດັ່ງ​ກະສັດ​ເທິງ​ພູ​ທາງ​ທິດເໜືອ ບ່ອນ​ທີ່​ພະ​ທັງຫລາຍ​ຊຸມນຸມ​ກັນ​ຢູ່​ນັ້ນ.


ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ເປັນຫຍັງ​ບັນດາ​ເຮືອ​ຈຶ່ງ​ມາ​ດັ່ງ​ກ້ອນເມກ​ນໍ ດັ່ງ​ຝູງ​ນົກ​ເຂົາ​ບິນ​ຄືນ​ສູ່​ຮັງ​ຢ່າງ​ຟັ່ງຟ້າວ?


ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”


ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ.


ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ພຣະເຢຊູເຈົ້າ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ຕໍ່ໜ້າ​ຂອງ​ພວກເພິ່ນ ຈົນ​ເມກ​ມາ​ບັງລັບ​ພຣະອົງ​ໄວ້ ຈາກ​ສາຍຕາ​ຂອງ​ພວກເພິ່ນ.


ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ແມ່ຍິງ​ນັ້ນ ໄດ້​ເກີດ​ລູກຊາຍ ຜູ້​ຊຶ່ງ​ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄ້ອນເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະເຈົ້າ ແລະ​ເຖິງ​ພຣະ​ຣາຊບັນລັງ​ຂອງ​ພຣະອົງ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka