ພຣະນິມິດ 11:10 - ພຣະຄຳພີສັກສິ10 ຄົນທົ່ວໂລກ ຕ່າງກໍຈະດີໃຈທີ່ພະຍານທັງສອງນີ້ຕາຍໄປແລ້ວ ພວກເຂົາຈະສະເຫລີມສະຫລອງ ແລະສົ່ງຂອງຂວັນໃຫ້ກັນແລະກັນ ເພາະຜູ້ປະກາດພຣະທຳທັງສອງນີ້ ໄດ້ນຳຄວາມທົນທຸກຢ່າງໜັກມາສູ່ມະນຸດທັງຫລາຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ຜູ້ອາໄສຢູ່ໃນແຜ່ນດິນໂລກຈະເບິ່ງສົບຂອງພວກເພິ່ນດ້ວຍຄວາມດີໃຈ ແລະ ຈະສະເຫລີມສະຫລອງໂດຍໃຫ້ຂອງຂວັນແກ່ກັນ, ເພາະຜູ້ທຳນວາຍທັງສອງນີ້ໄດ້ທໍລະມານບັນດາຜູ້ທີ່ອາໄສຢູ່ໃນໂລກ. Uka jalj uñjjattʼäta |
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”