ພຣະນິມິດ 10:5 - ພຣະຄຳພີສັກສິ5 ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລແລະເທິງບົກນັ້ນ ກໍຍົກມືຂວາຂຶ້ນສູ່ສະຫວັນ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລ ແລະ ເທິງແຜ່ນດິນນັ້ນກໍຍົກມືຂວາຂອງເພິ່ນຂຶ້ນສະຫວັນ. Uka jalj uñjjattʼäta |
ແລ້ວປະຊາຊົນອິດສະຣາເອນກໍໄດ້ພາວັນນາອະທິຖານດ້ວຍຖ້ອຍຄຳດັ່ງນີ້: “ຂ້າແດ່ພຣະເຈົ້າຢາເວ ພຣະອົງເທົ່ານັ້ນ ພຣະອົງເທົ່ານັ້ນ; ພຣະອົງໄດ້ຊົງສ້າງສະຫວັນ, ຟ້າສະຫວັນທີ່ສູງສຸດ ພ້ອມທັງບໍລິວານຂອງຟ້າສະຫວັນທຸກຢ່າງທັງໝົດ, ແຜ່ນດິນໂລກກັບທະເລ ແລະທຸກໆສິ່ງທີ່ຢູ່ໃນນັ້ນ; ພຣະອົງຊົງພິທັກຮັກສາສິ່ງເຫຼົ່ານັ້ນທັງໝົດ ທຸກສິ່ງໃນສະຫວັນກໍນະມັດສະການພຣະອົງ.
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.
ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າໄດ້ຍົກມືຂວາແລະມືຊ້າຍຂອງເພິ່ນຂຶ້ນສູ່ຟ້າສະຫວັນ ແລະຂ້າພະເຈົ້າໄດ້ຍິນເພິ່ນສາບານໂດຍອົງຊົງດຳລົງຢູ່ຕະຫຼອດໄປເປັນນິດວ່າ, “ຈະເປັນເວລາສາມປີເຄິ່ງ. ເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສິ່ງທັງໝົດເຫຼົ່ານີ້ຈະຕ້ອງເກີດຂຶ້ນ.”
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.
ເພາະວ່າ ເມື່ອຂ້າພະເຈົ້າກຳລັງເດີນທາງຜ່ານເມືອງຂອງພວກທ່ານມາ ແລະເບິ່ງຕາມສະຖານທີ່ຕ່າງໆ ທີ່ພວກທ່ານນະມັດສະການ ຂ້າພະເຈົ້າເຫັນແທ່ນບູຊາແທ່ນໜຶ່ງ ຊຶ່ງມີຄຳຈາລຶກວ່າ, ‘ແດ່ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ.’ ພຣະເຈົ້າທີ່ທ່ານທັງຫລາຍນະມັດສະການ ແຕ່ບໍ່ຮູ້ຈັກ ແມ່ນພຣະເຈົ້າອົງນັ້ນແຫຼະ ທີ່ຂ້າພະເຈົ້າມາປະກາດແກ່ພວກທ່ານ.