Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 10:4 - ພຣະຄຳພີສັກສິ

4 ພໍ​ສຽງ​ເຫຼົ່ານັ້ນ​ດັງ​ອອກ​ມາ ຂ້າພະເຈົ້າ​ເກືອບ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ກ່າວ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ປົກປິດ​ຖ້ອຍຄຳ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ນັ້ນ ເປັນ​ຄວາມລັບ ຢ່າ​ຂຽນ​ລົງ​ໄປ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.

Uka jalj uñjjattʼäta Copia luraña




ພຣະນິມິດ 10:4
13 Jak'a apnaqawi uñst'ayäwi  

ນິມິດ​ຂອງ​ເຫດການ​ທັງໝົດ​ເຫຼົ່ານີ້​ໄດ້​ກາຍເປັນ​ດັ່ງ​ໜັງສື​ມ້ວນ ທີ່​ຖືກ​ປະທັບຕາ​ໄວ້​ສຳລັບ​ພວກເຈົ້າ. ຖ້າ​ພວກເຈົ້າ​ນຳ​ໜັງສື​ນັ້ນ ໄປ​ຫາ​ຜູ້ໃດ​ທີ່​ຮູ້ຈັກ​ອ່ານ ແລະ​ບອກ​ໃຫ້​ລາວ​ອ່ານ​ສູ່​ຟັງ ຜູ້ນັ້ນ​ກໍ​ຈະ​ເວົ້າ​ວ່າ, ຕົນ​ອ່ານ​ບໍ່ໄດ້ ເພາະ​ໄດ້​ຖືກ​ປະທັບຕາ​ໄວ້​ແລ້ວ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ປ້າຍ​ໃຫຍ່​ແຜ່ນ​ໜຶ່ງ​ມາ ແລະ​ຂຽນ​ໜັງສື​ໂຕ​ໃຫຍ່ໆ​ໃສ່​ໃນ​ນັ້ນ ວ່າ: ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’


ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”


ເພິ່ນ​ຕອບ​ວ່າ, “ດານີເອນ​ເອີຍ ເຈົ້າ​ຕ້ອງ​ໄປ​ດຽວນີ້ ເພາະ​ຄຳເວົ້າ​ເຫຼົ່ານີ້ ຈະ​ຖືກ​ປົກປິດ​ໄວ້​ເປັນຄວາມລັບ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ນັ້ນ​ໄດ້​ມາເຖິງ.


ນິມິດ​ແຫ່ງ​ການ​ຖວາຍບູຊາ​ທັງ​ເຊົ້າ​ແລະ​ແລງ ທີ່​ໄດ້​ອະທິບາຍ​ແກ່​ເຈົ້າ​ນີ້​ເປັນ​ຄວາມຈິງ. ແຕ່​ບັດນີ້ ຂໍ​ໃຫ້​ເຈົ້າ​ຮັກສາ​ນິມິດ​ນີ້​ໄວ້​ເປັນຄວາມລັບ ເພາະ​ເວລາ​ທີ່​ຈະ​ເປັນ​ຄວາມຈິງ​ຂຶ້ນ​ມາ​ນັ້ນ​ກໍ​ຍັງ​ດົນນານ​ຢູ່.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່ໄດ້​ເປີດເຜິຍ​ກ່ຽວກັບ​ປະຈຸບັນ ແລະ​ອະນາຄົດ, ແຕ່​ພຣະອົງ​ໄດ້​ສັ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ພວກເຮົາ​ພ້ອມ​ທັງ​ເຊື້ອສາຍ​ຂອງ​ພວກເຮົາ​ຕ້ອງ​ເຊື່ອຟັງ​ກົດບັນຍັດ​ນີ້​ຕະຫລອດໄປ.”


ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”


ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ດຽວ​ນີ້ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕາມ​ພາຍຫລັງ.


ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ຈາກ​ສະຫວັນ​ນັ້ນ ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ​ວ່າ, “ຈົ່ງ​ໄປ​ຮັບ​ເອົາ​ໜັງສື​ມ້ວນ ທີ່​ພື​ຢູ່​ໃນ​ມື​ຂອງ​ເທວະດາ​ຕົນ​ທີ່​ຢືນ​ຢູ່​ເທິງ​ທະເລ​ແລະ​ເທິງ​ບົກ​ນັ້ນ.”


ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ​ນີ້​ໄວ້​ເປັນ​ຄວາມ​ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka