Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 10:11 - ພຣະຄຳພີສັກສິ

11 ແລ້ວ​ຂ້າພະເຈົ້າ​ກໍໄດ້​ຮັບ​ຄຳສັ່ງ​ວ່າ, “ເຈົ້າ​ຕ້ອງ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອີກເທື່ອໜຶ່ງ ກ່ຽວກັບ​ບັນດາ​ຊົນຊາດ​ທັງຫລາຍ, ບັນດາ​ປະຊາຊາດ, ພາສາ ແລະ​ກະສັດ​ທັງຫລາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.

Uka jalj uñjjattʼäta Copia luraña




ພຣະນິມິດ 10:11
13 Jak'a apnaqawi uñst'ayäwi  

ເຮົາ​ຈະ​ລົງໂທດ​ບາບີໂລນ​ດ້ວຍ​ໄພພິບັດ​ທັງໝົດ ທີ່​ເຮົາ​ໄດ້​ຂູ່​ວ່າ​ຈະ​ນຳ​ມາ​ສູ່​ປະເທດ​ທັງຫລາຍ ເມື່ອ​ເຮົາ​ໄດ້​ກ່າວ​ຜ່ານ​ທາງ​ເຢເຣມີຢາ​ນັ້ນ ຄື​ໄພພິບັດ​ທັງໝົດ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ນີ້.


ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ປະກາດ​ພຣະທຳ​ໃຫ້​ກະດູກ​ແຫ້ງ​ທັງຫລາຍ​ນີ້ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ: ໂອ ກະດູກ​ແຫ້ງ​ທັງຫຼາຍ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ປະກາດ​ພຣະທຳ​ຕໍ່​ລົມ. ຈົ່ງ​ບອກ​ລົມ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັ່ງ​ວ່າ ຈົ່ງ​ມາ​ຈາກ​ທິດ​ທັງສີ່ ແລະ​ຈົ່ງ​ພັດ​ເຂົ້າ​ໄປ​ເປັນ​ລົມຫາຍໃຈ​ຢູ່​ໃນ​ຄົນ​ທີ່​ຖືກຂ້າ​ເຫຼົ່ານີ້ ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.”’


ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ໜັງສື​ມ້ວນ​ນ້ອຍ ຈາກ​ມື​ຂອງ​ເທວະດາ ແລ້ວ​ເອົາ​ມາ​ກິນ ໃນ​ປາກ​ຂອງ​ຂ້າພະເຈົ້າ ມັນ​ກໍ​ຫວານ​ດັ່ງ​ນໍ້າເຜີ້ງ, ເມື່ອ​ຂ້າພະເຈົ້າ​ກິນ​ລົງ​ໄປ​ແລ້ວ ທ້ອງ​ຂອງ​ຂ້າພະເຈົ້າ​ກໍ​ຂົມ.


ແລ້ວ​ຂ້າພະເຈົ້າ​ໄດ້​ຮັບ​ໄມ້ແທກ​ອັນ​ໜຶ່ງ ເໝືອນ​ດັ່ງ​ໄມ້ຄ້ອນເທົ້າ ແລະ​ມີ​ສຽງ​ໜຶ່ງ​ສັ່ງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໄປ​ແທກ​ວິຫານ​ຂອງ​ພຣະເຈົ້າ​ກັບ​ແທ່ນບູຊາ ແລະ​ໃຫ້​ນັບ​ຈຳນວນ​ຄົນ​ທັງຫລາຍ ທີ່​ນະມັດສະການ​ຢູ່​ໃນ​ພຣະວິຫານ​ນັ້ນ.


ຄົນ​ຈາກ​ຫລາຍ​ຊົນຊາດ, ຫລາຍ​ເຜົ່າ, ຫລາຍ​ພາສາ ແລະ ຫລາຍ​ປະເທດ​ຈະ​ມາ​ເບິ່ງ​ຊາກສົບ​ຂອງ​ພວກເພິ່ນ ຢູ່​ຕະຫລອດ​ສາມ​ວັນ​ເຄິ່ງ ແລະ​ພວກເຂົາ​ຈະ​ບໍ່​ຍອມ​ໃຫ້​ນຳ​ຊາກສົບ​ເຫຼົ່ານັ້ນ ໄປ​ບັນຈຸ​ໄວ້​ໃນ​ອຸບມຸງ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ບິນ​ໄປ​ໃນ​ທ້ອງຟ້າ ມີ​ຂ່າວປະເສີດ​ອັນ​ນິຣັນດອນ ນຳ​ໄປ​ປະກາດ​ແກ່​ຊາວ​ໂລກ​ທັງປວງ, ແກ່​ທຸກ​ປະເທດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ຊຶ່ງ​ຫ້າ​ອົງ​ໄດ້​ລ່ວງ​ໄປ​ແລ້ວ ອົງ​ໜຶ່ງ​ຊົງ​ກຳລັງ​ເປັນ​ຢູ່ ແລະ​ອີກ​ອົງ​ໜຶ່ງ​ຍັງ​ບໍ່ໄດ້​ສະເດັດ​ມາ. ເມື່ອ​ສະເດັດ​ມາ​ແລ້ວ​ຈະ​ຕ້ອງ​ດຳລົງ​ຢູ່​ຊົ່ວ​ຂະນະ​ໜຶ່ງ.


ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ແກ່​ກະສັດ​ສິບ​ອົງ ທີ່​ຍັງ​ບໍ່ໄດ້​ສະເຫວີຍ​ຣາຊສົມບັດ ແຕ່​ຈະ​ໄດ້​ຮັບ​ອຳນາດ​ເໝືອນ​ກະສັດ​ດ້ວຍ​ກັນ​ກັບ​ສັດຮ້າຍ​ນັ້ນ​ໜຶ່ງ​ຊົ່ວໂມງ.


ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka