Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 10:10 - ພຣະຄຳພີສັກສິ

10 ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ໜັງສື​ມ້ວນ​ນ້ອຍ ຈາກ​ມື​ຂອງ​ເທວະດາ ແລ້ວ​ເອົາ​ມາ​ກິນ ໃນ​ປາກ​ຂອງ​ຂ້າພະເຈົ້າ ມັນ​ກໍ​ຫວານ​ດັ່ງ​ນໍ້າເຜີ້ງ, ເມື່ອ​ຂ້າພະເຈົ້າ​ກິນ​ລົງ​ໄປ​ແລ້ວ ທ້ອງ​ຂອງ​ຂ້າພະເຈົ້າ​ກໍ​ຂົມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຂ້າພະເຈົ້າ​ຈັບ​ເອົາ​ໜັງສືມ້ວນ​ນ້ອຍ​ຈາກ​ມື​ຂອງ​ເທວະດາ ແລະ ໄດ້​ກິນ​ໜັງສືມ້ວນ​ນ້ອຍ​ນັ້ນ. ເມື່ອ​ຢູ່​ໃນ​ປາກ​ຂອງ​ຂ້າພະເຈົ້າ​ກໍ​ມີ​ລົດ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ, ແຕ່​ເມື່ອ​ຂ້າພະເຈົ້າ​ກິນ​ລົງ​ໄປ​ທ້ອງ​ແລ້ວ​ກໍ​ກາຍເປັນ​ລົດ​ຂົມ.

Uka jalj uñjjattʼäta Copia luraña




ພຣະນິມິດ 10:10
9 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ບົດເພງ​ນັ້ນ​ຈົ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ຂ້ານ້ອຍ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ.


ຣົດຊາດ​ແຫ່ງ​ຖ້ອຍຄຳ​ຂອງ​ພຣະອົງ​ຫວານຊື່ນ​ເຫລືອຫລາຍ ບໍ່ມີ​ສິ່ງໃດ​ປຽບປານ ຄື​ຫວານ​ຫລາຍກວ່າ​ນໍ້າເຜິ້ງ​ທີ່​ຢູ່​ໃນ​ປາກ​ຂອງ​ຂ້ານ້ອຍ.


ເປັນ​ສິ່ງ​ທີ່​ປາຖະໜາ​ຫລາຍກວ່າ​ຄຳ​ບໍຣິສຸດ ມັນ​ຫວານຊື່ນ​ຫລາຍກວ່າ​ຢອດ​ນໍ້າເຜິ້ງ​ທີ່​ຍ້ອຍ​ລົງ​ຈາກ​ຮັງ.


ຄຳເວົ້າ​ດີ​ເປັນ​ດັ່ງ​ນໍ້າເຜິ້ງ​ຄື​ຫວານຊື່ນ ແລະ​ຊ່ວຍຊູ​ສຸຂະພາບ​ຂອງເຈົ້າ​ໃຫ້​ເຂັ້ມແຂງ.


ມື​ນັ້ນ​ພື​ໜັງສື​ມ້ວນ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຄຳ​ຂຽນ​ໄວ້​ທັງສອງ​ໜ້າ ເປັນ​ບົດ​ຮ້ອງໄຫ້​ອາໄລ​ອາວອນ ແລະ​ຄໍ່າຄວນ.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ຈົນ​ອີ່ມ​ເຖີດ.” ຂ້າພະເຈົ້າ​ກິນ​ໜັງສື​ມ້ວນ​ນັ້ນ ແລະ​ມີ​ຣົດ​ຫວານ​ເໝືອນດັ່ງ​ນໍ້າເຜິ້ງ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຮັບ​ຄຳສັ່ງ​ວ່າ, “ເຈົ້າ​ຕ້ອງ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອີກເທື່ອໜຶ່ງ ກ່ຽວກັບ​ບັນດາ​ຊົນຊາດ​ທັງຫລາຍ, ບັນດາ​ປະຊາຊາດ, ພາສາ ແລະ​ກະສັດ​ທັງຫລາຍ.”


ຂ້າພະເຈົ້າ​ຈຶ່ງ​ໄປ​ຫາ​ເທວະດາ​ຕົນ​ນັ້ນ ແລະ​ຂໍ​ເອົາ​ໜັງສື​ມ້ວນ​ນ້ອຍ​ນັ້ນ. ເພິ່ນ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ເອົາ​ໄປ​ກິນ​ສາ ມັນ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ຂົມ, ແຕ່​ໃນ​ປາກ​ຂອງ​ເຈົ້າ​ຈະ​ຫວານ​ດັ່ງ​ນໍ້າເຜີ້ງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka