Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 10:1 - ພຣະຄຳພີສັກສິ

1 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້.

Uka jalj uñjjattʼäta Copia luraña




ພຣະນິມິດ 10:1
28 Jak'a apnaqawi uñst'ayäwi  

ສ້າງ​ບ່ອນ​ຢູ່​ຂອງ​ພຣະອົງ​ເທິງ​ນໍ້າ​ທັງຫລາຍ ພຣະອົງ​ໃຊ້​ກ້ອນເມກ​ເປັນ​ມ້າ​ແລະ​ຢູ່​ເທິງ​ປີກ​ລົມ​ຂີ່​ເຫາະໄປ.


ເມກ​ໝອກ​ແລະ​ມືດ​ກໍ​ອ້ອມຮອບ​ພຣະອົງ ພຣະອົງ​ປົກຄອງ​ຢ່າງ​ຊອບທຳ​ແລະ​ຍຸດຕິທຳ.


ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.


ສ່ວນ​ຂາ​ລາວ​ນັ້ນ​ເປັນ​ດັ່ງ​ເສົາ​ຫີນ​ປູນ ທີ່​ຕັ້ງ​ຢູ່​ເທິງ​ພື້ນ​ເປັນ​ຄຳ​ທັງສິ້ນ; ລາວ​ສະຫງ່າງາມ​ແທ້​ດັ່ງ​ພູ​ເລບານອນ ທີ່​ມີ​ຕົ້ນແປກ​ງາມ​ຢຽດຢູ່​ຢ່າງ​ສູງສົ່ງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


“ເຮົາ​ໄດ້​ສັນຍາ​ໄວ້​ໃນ​ສະໄໝ​ຂອງ​ໂນອາ​ວ່າ ເຮົາ​ຈະ​ບໍ່​ໃຫ້​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ເລີຍ. ບັດນີ້ ເຮົາ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເຮົາ​ຈະ​ບໍ່​ຕິຕຽນ​ຫລື​ຈະ​ບໍ່​ລົງໂທດ​ເຈົ້າ​ອີກ.


ຄຳ​ພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ຂຶ້ນ​ໄປ​ບໍ່​ເຖິງ ຍ້ອນ​ຄວາມຮ້າຍ​ຂອງ​ພຣະອົງ​ຕຶບໜາ​ດັ່ງ​ກ້ອນເມກ.


ຊຶ່ງ​ຢູ່​ໃນ​ນັ້ນ​ມີ​ສີສັນ​ຕ່າງໆ​ຂອງ​ຮຸ້ງກິນນໍ້າ. ອັນນີ້ ແມ່ນ​ສະຫງ່າຣາສີ​ທີ່​ສຳແດງ​ໃຫ້​ຮູ້​ວ່າ ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລ້ວ​ຂ້າພະເຈົ້າ​ກໍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວຈາ.


ຕົນຕົວ​ຂອງເພິ່ນ​ສ່ອງແສງ​ເປັນ​ປະກາຍ​ເໝືອນ​ເພັດ. ໜ້າ​ຂອງ​ເພິ່ນ​ເປັນ​ແສງ​ເໝືອນ​ໄຟ. ແຂນ​ຂາ​ເຫລື້ອມ​ເປັນ​ເງົາ​ເໝືອນ​ທອງສຳຣິດ​ທີ່​ຂັດ​ສີ​ແລ້ວ ແລະ​ສຽງ​ຮ້ອງ​ຂອງ​ເພິ່ນ​ດັງ​ເໝືອນ​ສຽງ​ຮ້ອງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ.


ໃນ​ເວລາ​ກາງຄືນ​ລະຫວ່າງ​ເກີດ​ນິມິດ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ຜູ້ໜຶ່ງ​ມີ​ຮູບຮ່າງ​ເໝືອນ​ມະນຸດ. ເພິ່ນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້າພະເຈົ້າ ເພິ່ນ​ມາ​ເທິງ​ເມກ​ໃນ​ສະຫວັນ ແລະ​ເພິ່ນ​ໄດ້​ໄປ​ຫາ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ແລະ​ເຂົ້າ​ເຝົ້າ​ເພິ່ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ວ່າ ລາວ​ຈະ​ເຂົ້າ​ໄປ​ເບື້ອງ​ຫລັງ​ຜ້າກັ້ງ​ຕໍ່ໜ້າ​ພຣະທີ່ນັ່ງ​ແຫ່ງພຣະຄຸນ​ໃນ​ເວລາ​ກຳນົດ​ໃຫ້​ເທົ່ານັ້ນ​ຄື: ໃນ​ບ່ອນ​ສັກສິດ​ທີ່ສຸດ; ເພາະວ່າ​ທີ່​ນັ້ນ​ແມ່ນ​ບ່ອນ​ທີ່​ເຮົາ​ປາກົດ​ໃນ​ເມກ ເໜືອ​ຝາອັດ​ຫີບ​ພັນທະສັນຍາ. ຖ້າ​ລາວ​ບໍ່​ເຊື່ອຟັງ ລາວ​ຈະ​ຕ້ອງ​ຕາຍ.


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ເມື່ອນັ້ນ ພວກເຂົາ​ຈະ​ເຫັນ​ບຸດ​ມະນຸດ​ສະເດັດ​ມາ​ປາກົດ​ໃນ​ເມກ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ.


ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.


ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.


ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ສິດ​ອຳນາດ​ອັນ​ຍິ່ງໃຫຍ່ ແລະ​ຣັດສະໝີ​ຂອງ​ເພິ່ນ​ກໍ​ສ່ອງ​ແຈ້ງ​ທົ່ວ​ແຜ່ນດິນ​ໂລກ.


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ເພິ່ນ​ຖື​ກະແຈ​ຂອງ​ເຫວເລິກ​ແລະ​ຖື​ໂສ້​ເສັ້ນ​ໃຫຍ່.


ໃບ​ໜ້າ​ຂອງ​ພຣະອົງ​ເປັນ​ດັ່ງ​ແກ້ວມະນີໂຊດ​ແລະ​ແກ້ວພິລາ ແລະ​ອ້ອມຮອບ​ບັນລັງ​ນັ້ນ, ມີ​ຮຸ້ງກິນນໍ້າ​ສີ​ຄ້າຍ​ຄື​ແສງ​ແກ້ວມໍຣະກົດ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?”


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka