ພຣະນິມິດ 1:5 - ພຣະຄຳພີສັກສິ5 ແລະຈາກພຣະເຢຊູຄຣິດເຈົ້າຜູ້ຊົງເປັນພະຍານທີ່ສັດຊື່ ແລະຊົງເປັນຜູ້ທຳອິດທີ່ໄດ້ເປັນຄືນມາຈາກຄວາມຕາຍ ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ. ພຣະອົງຊົງຮັກເຮົາທັງຫລາຍ ແລະໄດ້ຊົງປົດປ່ອຍພວກເຮົາຈາກການຜິດບາບ ດ້ວຍພຣະໂລຫິດຂອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ແລະ ຈາກພຣະເຢຊູຄຣິດເຈົ້າຜູ້ເປັນພະຍານທີ່ສັດຊື່, ຜູ້ເປັນບຸດກົກຈາກບັນດາຄົນຕາຍ ແລະ ເປັນຜູ້ປົກຄອງເໜືອກະສັດທັງຫລາຍຂອງໂລກ. ແດ່ພຣະອົງຜູ້ຮັກພວກເຮົາທັງຫລາຍ ແລະ ໄດ້ປົດປ່ອຍພວກເຮົາໃຫ້ພົ້ນຈາກຄວາມບາບຂອງພວກເຮົາໂດຍໂລຫິດຂອງພຣະອົງ, Uka jalj uñjjattʼäta |
ແຕ່ພຣະເຈົ້າຢາເວຮັກພວກເຈົ້າ ແລະຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຊ່ວຍພວກເຈົ້າໃຫ້ພົ້ນດ້ວຍພຣະຫັດອັນຊົງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະຊົງໄຖ່ພວກເຈົ້າໃຫ້ອອກຈາກເຮືອນທີ່ເຈົ້າເປັນທາດຮັບໃຊ້ ອອກຈາກເງື້ອມມືຂອງກະສັດຟາໂຣແຫ່ງປະເທດເອຢິບ.
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”