ພຣະນິມິດ 1:4 - ພຣະຄຳພີສັກສິ4 ຈາກ ໂຢຮັນ, ຮຽນ ຄຣິສຕະຈັກທັງເຈັດທີ່ຢູ່ໃນແຂວງເອເຊຍ. ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳລົງຢູ່ໃນປະຈຸບັນ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ໜ້າຣາຊບັນລັງຂອງພຣະອົງ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຈົດໝາຍສະບັບນີ້ຈາກເຮົາໂຢຮັນ, ເຖິງຄຣິສຕະຈັກທັງເຈັດໃນແຂວງເອເຊຍ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍຈາກພຣະອົງຜູ້ດຳລົງຢູ່ໃນປັດຈຸບັນ, ຜູ້ດຳລົງຢູ່ໃນອະດີດ, ຜູ້ຈະມາ ແລະ ຈາກວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງພຣະອົງ, Uka jalj uñjjattʼäta |
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”