Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:3 - ພຣະຄຳພີສັກສິ

3 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 1:3
15 Jak'a apnaqawi uñst'ayäwi  

ຄົນ​ທີ່​ຟັງ​ເຮົາ​ນັ້ນ ລາວ​ຈະ​ມີ​ຄວາມສຸກ ຄື​ຜູ້​ທີ່​ຄອຍ​ຢູ່​ທີ່​ປະຕູ​ເຮືອນ​ຂອງເຮົາ​ທຸກໆ​ວັນ.


ຂ້າພະເຈົ້າ​ໄດ້​ບອກ​ເສຣາອີຢາ​ວ່າ, “ເມື່ອ​ເຈົ້າ​ໄປ​ເຖິງ​ນະຄອນ​ບາບີໂລນ​ແລ້ວ ຈົ່ງ​ແນ່ໃຈ​ວ່າ​ເຈົ້າ​ໄດ້​ອ່ານ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ສູ່​ປະຊາຊົນ​ຟັງ​ດ້ວຍ​ສຽງດັງ.


“ພວກເຈົ້າ​ຈະ​ເຫັນ ‘ສິ່ງ​ປະຫລາດ​ອັນ​ໜ້າ​ຢ້ານ’ ທີ່​ເຮັດ​ໃຫ້​ເກີດ​ວິບັດ​ຕັ້ງ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະເຈົ້າ ຕາມ​ທີ່​ຜູ້ທຳນວາຍ​ດານີເອນ​ໄດ້​ກ່າວ​ໄວ້. (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ເອງ)


ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ ກໍ​ມີ​ຄວາມສຸກ​ຫລາຍກວ່າ​ນັ້ນ​ອີກ.”


ນອກ​ນີ້​ພວກເຈົ້າ​ຮູ້​ວ່າ, ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ. ດ້ວຍວ່າ, ເວລາ​ທີ່​ພວກເຮົາ​ຈະ​ພົ້ນ​ນັ້ນ ກໍ​ໃກ້​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນ​ທຳອິດ​ນັ້ນ.


ກາງຄືນ​ກໍ​ລ່ວງໄປ​ຫລາຍ​ແລ້ວ ແລະ​ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມມືດ ແລະ​ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ແຕ່​ພວກ​ທີ່ຮັກ​ເອີຍ ຢ່າ​ລືມ​ຂໍ້​ນີ້​ວ່າ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ ແລະ​ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ.


ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ​ນີ້​ໄວ້​ເປັນ​ຄວາມ​ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.


“ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.


ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ!


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka