Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:20 - ພຣະຄຳພີສັກສິ

20 ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.

Uka jalj uñjjattʼäta Copia luraña




ພຣະນິມິດ 1:20
24 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຕີນ​ຕະກຽງ ແລະ​ໄຕ້​ໃຫ້​ມັນ​ສ່ອງ​ແສງ​ອອກ​ໄປ​ເປັນ​ໜ້າ​ກະດານ.


ລາວ​ໄດ້​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຫລັກ​ຮອງ​ຕະກຽງ​ນັ້ນ ສ່ວນ​ຄີມ​ຄີບ​ໄສ້ຕະກຽງ ແລະ​ຖາດ​ໃສ່​ຄີມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ.


ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ຕີນ​ຮອງ​ຕະກຽງ​ທີ່​ເປັນ​ຄຳ ເທິງ​ຈອມ​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ນໍ້າມັນ. ທີ່​ເທິງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕະກຽງ​ເຈັດ​ໜ່ວຍ ແລະ​ແຕ່ລະ​ໜ່ວຍ​ມີ​ໄສ້​ເຈັດ​ອັນ.


ແມ່ນ​ໜ້າທີ່​ຂອງ​ປະໂຣຫິດ​ທີ່​ຈະ​ສັ່ງສອນ​ຄົນອື່ນ​ໃຫ້​ຮູ້ຈັກ​ພຣະເຈົ້າ. ປະຊາຊົນ​ຄວນ​ໄປ​ຫາ​ພວກເຂົາ ເພື່ອ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ແຈ້ງຂ່າວ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.


ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”


ພີ່ນ້ອງ​ທັງຫລາຍ​ເອີຍ ນີ້​ຄື​ຄວາມຈິງ​ອັນ​ລັບເລິກ ຊຶ່ງ​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ຖື​ຕົນ​ວ່າ ເປັນ​ຄົນ​ສະຫລາດ, ຄື​ວ່າ​ຄວາມ​ດື້ດຶງ​ຂອງ​ຊົນຊາດ​ອິດສະຣາເອນ​ນັ້ນ​ມີ​ພຽງ​ຊົ່ວຄາວ, ຈົນກວ່າ​ຄົນຕ່າງຊາດ​ຈະ​ມາ​ຄົບ​ຈຳນວນ​ໃນ​ການ​ກັບຄືນ​ມາ​ຫາ​ພຣະເຈົ້າ.


ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”


ມື​ເບື້ອງຂວາ​ຂອງ​ພຣະອົງ ຊົງ​ຖື​ດາວ​ເຈັດ​ດວງ ແລະ​ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບ​ໜ້າ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ດວງ​ຕາເວັນ​ທີ່​ສ່ອງ​ແສງກ້າ.


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”


ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ປະຫລາດ​ໃຈ? ເຮົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມໝາຍ​ອັນ​ເລິກລັບ​ຂອງ​ຍິງ​ຄົນ​ນີ້ ແລະ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ຊຶ່ງ​ເປັນ​ພາຫານະ​ຂອງ​ຍິງ​ນັ້ນ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ທີ່​ຖື​ດາບ​ສອງ​ຄົມ:


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນ​ດັ່ງ​ແປວໄຟ ຜູ້​ທີ່​ມີ​ຕີນ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ​ຊົງ​ກ່າວ​ດັ່ງນີ້​ວ່າ,


ເຫດສະນັ້ນ ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ຈາກ​ສະພາບ​ໃດ​ແລ້ວ ຈົ່ງ​ກັບໃຈ​ເສຍ​ໃໝ່​ແລະ​ເຮັດ​ຕາມ​ຢ່າງ​ເດີມ. ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ​ຈະ​ຍົກ​ຄັນ​ຕະກຽງ​ຂອງ​ເຈົ້າ​ອອກ​ຈາກ​ບ່ອນ​ມັນ ເວັ້ນ​ໄວ້​ແຕ່​ເຈົ້າ​ຈະ​ກັບໃຈ​ເສຍ​ໃໝ່.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ຊະມີນາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ ທີ່​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ແລະ​ຜູ້​ທີ່​ໄດ້​ເປັນ​ຄືນ​ມາ​ອີກ ຊົງ​ກ່າວ​ດັ່ງນີ້:


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka