Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:16 - ພຣະຄຳພີສັກສິ

16 ມື​ເບື້ອງຂວາ​ຂອງ​ພຣະອົງ ຊົງ​ຖື​ດາວ​ເຈັດ​ດວງ ແລະ​ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບ​ໜ້າ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ດວງ​ຕາເວັນ​ທີ່​ສ່ອງ​ແສງກ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 1:16
26 Jak'a apnaqawi uñst'ayäwi  

ໃນ​ຮຸ່ງເຊົ້າ​ຂອງ​ວັນ​ນັ້ນ ໝູ່​ດວງດາວ​ຮ້ອງເພງ​ນຳກັນ ພວກ​ເທວະດາ​ຂອງ​ພຣະອົງ ກໍ​ເປັ່ງ​ສຽງ​ໂຮຮ້ອງ​ຍິນດີ​ທັງນັ້ນ.


ຈົ່ງ​ຂັດ​ດາບ​ເຖີດ ກະສັດ​ຜູ້​ເກັ່ງກ້າ​ເອີຍ ທ່ານ​ຜູ້​ມີ​ຊື່​ລືນາມ​ແລະ​ສະຫງ່າ​ຜ່າເຜີຍ​ດ້ວຍ.


ຍິງສາວ​ຄົນນີ້​ເປັນ​ຜູ້ໃດ​ກັນ​ນໍ? ເປັນ​ຄົນ​ເບີກບານ​ໃຈ​ດັ່ງ​ຮຸ່ງ​ອາລຸນ​ຕອນເຊົ້າ; ນາງ​ຊ່າງ​ງາມແທ້​ແລະ​ບໍຣິສຸດ​ຜຸດຜ່ອງ ດັ່ງ​ຕາເວັນ​ແລະ​ດວງເດືອນ​ສ່ອງແຈ້ງ​ເຫລື້ອມໃສ.


ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.


ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.


ພຣະອົງ​ໃຫ້​ຖ້ອຍຄຳ​ຂອງຂ້ອຍ​ເປັນ​ຄື​ດາບ​ຄົມໆ ແລະ​ປົກປັກ​ຮັກສາ​ໄວ້​ດ້ວຍ​ມື​ຂອງ​ພຣະເຈົ້າ. ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ອຍ​ເປັນ​ດັ່ງ​ລູກ​ໜ້າທະນູ ທັງ​ແຫລມ​ຄົມ​ພ້ອມ​ທີ່​ຈະ​ໃຊ້​ການ​ໄດ້​ໂລດ.


ພວກ​ຜູ້​ທີ່​ມີ​ປັນຍາ​ຈະ​ຮຸ່ງເຮືອງ​ເໝືອນ​ດວງດາວ​ສະຫວ່າງ​ສະໄຫວ​ທີ່​ເທິງ​ທ້ອງຟ້າ. ຜູ້​ທີ່​ສັ່ງສອນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ກໍ​ຈະ​ຮຸ່ງເຮືອງ​ຕະຫລອດໄປ​ເໝືອນ​ດວງດາວ.


ມັນ​ແຂງແຮງ​ພໍ​ທີ່​ຈະ​ໂຈມຕີ​ກອງທັບ​ແຫ່ງ​ຟ້າສະຫວັນ ຄື​ຕາເວັນ, ເດືອນ, ດວງດາວ​ຕ່າງໆ​ນັ້ນ​ເອງ; ແລະ​ມັນ​ໄດ້​ໂຍນ​ດວງດາວ​ບາງ​ກຸ່ມ​ເຫຼົ່ານັ້ນ ລົງ​ມາ​ສູ່​ດິນ​ແລ້ວ​ຢຽບ​ຖິ້ມ.


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.


ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງກັນ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະວິນຍານ ຄື​ພຣະທຳ​ຂອງ​ພຣະເຈົ້າ.


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ຣິດເດດ ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ ແທງ​ຊອດ​ເຖິງ​ຈິດໃຈ​ແລະ​ວິນຍານ ຕະຫລອດ​ທັງ​ຄໍ່​ກະດູກ​ແລະ​ໄຂ​ໃນ​ກະດູກ​ເຊື່ອມ​ຕິດຕໍ່​ກັນ ຈຶ່ງ​ສັງເກດ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ມຸ່ງໝາຍ​ໃນ​ໃຈ​ໄດ້.


ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.


ມີ​ໝາຍສຳຄັນ​ອັນ​ໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ ຄື​ຍິງ​ຜູ້ໜຶ່ງ ມີ​ດວງອາທິດ​ປົກຄຸມ​ຕົວ​ເໝືອນ​ນຸ່ງ​ເສື້ອຜ້າ ມີ​ດວງເດືອນ​ຢູ່​ໃຕ້​ຕີນ ແລະ​ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ.


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ທີ່​ຖື​ດາບ​ສອງ​ຄົມ:


ເຫດສະນັ້ນ ຈົ່ງ​ກັບໃຈ​ເສຍ​ໃໝ່, ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ​ຈະ​ຕໍ່ສູ້​ຄົນ​ເຫຼົ່ານັ້ນ ດ້ວຍ​ດາບ​ທີ່​ອອກ​ຈາກ​ປາກ​ຂອງເຮົາ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.


ດັ່ງນັ້ນ ເອຮຸດ​ຈຶ່ງ​ຕີ​ດາບ​ສອງ​ຄົມ​ດວງ​ໜຶ່ງ ຍາວ​ປະມານ​ຫ້າສິບ​ເຊັນ. ລາວ​ເຊື່ອງ​ດາບ​ນັ້ນ​ໄວ້​ໃຕ້​ເຄື່ອງນຸ່ງ​ເບື້ອງຂວາ​ມື.


“ຂ້າແດ່ ພຣະເຈົ້າຢາເວ ຂໍ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ຕາຍໄປ​ດັ່ງນີ້​ເທາະ ແຕ່​ຂໍ​ໃຫ້​ຜູ້​ເຂົ້າ​ສະໜິດ​ກັບ​ພຣະອົງ ສ່ອງແຈ້ງ​ດັ່ງ​ຕາເວັນ​ຂຶ້ນ​ແດ່ທ້ອນ.” ຕໍ່ມາ ປະເທດຊາດ​ບ້ານ​ເມືອງ​ກໍ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka