7 ຈາກເສົາເມກພຣະອົງໄດ້ກ່າວກັບພວກເພິ່ນ ພວກເພິ່ນໄດ້ເຊື່ອຟັງກົດບັນຍັດແລະຂໍ້ຄຳສັ່ງຂອງພຣະອົງ.
ພຣະອົງໄດ້ສົ່ງຄວາມມືດມາສູ່ເອຢິບ ແຕ່ຊາວເອຢິບບໍ່ໄດ້ເຊື່ອຟັງ ຂໍ້ຄຳສັ່ງຂອງພຣະອົງ.
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ເຮົາຈະມາຫາເຈົ້າໃນເມກອັນຕຶບໜາ ເພື່ອວ່າປະຊາຊົນຈະໄດ້ຍິນເຮົາກ່າວແກ່ເຈົ້າ ແລະພວກເຂົາຈະໄດ້ເຊື່ອຟັງເຈົ້າຕະຫລອດໄປ.” ໂມເຊຈຶ່ງບອກພຣະເຈົ້າຢາເວຕາມທີ່ປະຊາຊົນໄດ້ຕອບມານັ້ນ
ຫລັງຈາກທີ່ໂມເຊໄດ້ເຂົ້າໄປໃນຫໍເຕັນແລ້ວ ໄດ້ມີເມກເປັນຮູບເສົາລອຍລົງມາ ແລະຢຸດຢູ່ທີ່ປະຕູເຂົ້າຫໍເຕັນ ແລະພຣະເຈົ້າຢາເວກໍກ່າວແກ່ໂມເຊຈາກເສົາເມກນັ້ນ.
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ຜູ້ໃດທີ່ບໍ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຈະກຽດຊັງຄຳພາວັນນາອະທິຖານຂອງຜູ້ນັ້ນ.
ແລະພຣະເຈົ້າຢາເວໄດ້ລົງມາໃນເສົາເມກ ໂດຍຢືນຢູ່ທາງປະຕູເຂົ້າຫໍເຕັນແລະພຣະອົງໄດ້ເອີ້ນອາໂຣນແລະມີຣີອາມອອກມາ ເຂົາທັງສອງຈຶ່ງກ້າວອອກໄປຂ້າງໜ້າ
ໂມເຊໃຈຮ້າຍແລະກ່າວຕໍ່ພຣະເຈົ້າຢາເວວ່າ, “ຂໍພຣະອົງຢ່າຮັບເຄື່ອງຖວາຍໃດໆ ທີ່ຄົນເຫຼົ່ານີ້ນຳມາເລີຍ. ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ພວກເຂົາ; ແມ່ນແຕ່ລໍໂຕໜຶ່ງຂ້ານ້ອຍກໍບໍ່ໄດ້ເອົາມາຈາກພວກເຂົາ.”
ພວກເຂົາໄດ້ສະແດງຄວາມສັດຊື່ຍິ່ງໃຫຍ່ຕໍ່ພຣະອົງ ຫລາຍກວ່າຕໍ່ພໍ່ແມ່ອ້າຍເອື້ອຍນ້ອງກັບລູກໆ. ພວກເຂົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ທັງສັດຊື່ແລະໝັ້ນຄົງຕໍ່ພັນທະສັນຍາດ້ວຍ.
ຂ້າພະເຈົ້າໄດ້ສັ່ງສອນກົດບັນຍັດທຸກຂໍ້ແກ່ພວກເຈົ້າ ຕາມທີ່ພຣະເຈົ້າຢາເວພຣະເຈົ້າຂອງຂ້າພະເຈົ້າໄດ້ບອກ. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ຢູ່ໃນດິນແດນ ທີ່ພວກເຈົ້າກຳລັງຈະບຸກຮຸກເຂົ້າໄປຢຶດຄອງ.
ພຣະອົງສັດຊື່ຕໍ່ພຣະເຈົ້າ ຜູ້ຊົງແຕ່ງຕັ້ງພຣະອົງໄວ້ໃຫ້ດຳເນີນພາລະກິດນີ້ ເໝືອນດັ່ງທີ່ໂມເຊໄດ້ສັດຊື່ຕໍ່ພາລະກິດຂອງຕົນ ໃນຄົວວິຫານຂອງພຣະເຈົ້າ.