Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 99:6 - ພຣະຄຳພີສັກສິ

6 ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 99:6
16 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ຈຶ່ງ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ? ບອກ​ປະຊາຊົນ​ມຸ້ງໜ້າ​ຕໍ່ໄປ.


ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.


ແລ້ວ​ໂມເຊ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ແນວ​ໃດ​ດີ​ກັບ​ປະຊາຊົນ​ເຫຼົ່ານີ້? ພວກເຂົາ​ເກືອບ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ຂ້ານ້ອຍ.”


ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ແຕ່​ບັດນີ້ ເຮົາ​ຈະ​ຂຶ້ນ​ໄປ​ພົບ​ພຣະເຈົ້າຢາເວ​ຢູ່​ເທິງ​ພູເຂົາ ບາງທີ​ເຮົາ​ອາດ​ຂໍຮ້ອງ​ພຣະອົງ ໃຫ້​ຍົກ​ບາບ​ແກ່​ພວກເຈົ້າ​ກໍ​ເປັນ​ໄປ​ໄດ້.”


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka