5 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຈົ່ງນະມັດສະການອົງບໍຣິສຸດຕໍ່ໜ້າພຣະບັນລັງເຖີດ.
ກະສັດດາວິດໄດ້ຢືນຂຶ້ນຕໍ່ໜ້າພວກເຂົາ ແລະກ່າວແກ່ທີ່ປະຊຸມວ່າ, “ເພື່ອນຮ່ວມຊາດທັງຫລາຍ ຈົ່ງຟັງເທີ້ນ ຂ້າພະເຈົ້າຕ້ອງການສ້າງວິຫານອັນຖາວອນເພື່ອໄວ້ຫີບພັນທະສັນຍາຂອງພຣະເຈົ້າຢາເວ ໃຫ້ເປັນທີ່ຮອງຕີນພຣະເຈົ້າຂອງພວກເຮົາ. ຂ້າພະເຈົ້າໄດ້ຫ້າງຫາທຸກສິ່ງໄວ້ພ້ອມແລ້ວສຳລັບການກໍ່ສ້າງ.
ພວກເຂົາຕ້ອງປະກາດຄວາມຍິ່ງໃຫຍ່ໃນທີ່ຊຸມນຸມຊົນ ແລະຍ້ອງຍໍສັນລະເສີນພຣະອົງຕໍ່ກອງປະຊຸມພວກຜູ້ນຳ.
ຂ້າແດ່ພຣະເຈົ້າ ຂໍໃຫ້ຣິດທານຸພາບຂອງພຣະອົງປາກົດທີ່ຟ້າສະຫວັນເບື້ອງເທິງ ແລະສະຫງ່າຣາສີຂອງພຣະອົງປາກົດທົ່ວເທິງແຜ່ນດິນໂລກ.
ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍໂມທະນາຂອບພຣະຄຸນພຣະອົງ ແລະຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ.
ພວກເຮົາກ່າວວ່າ, “ຈົ່ງໄປທີ່ຜາສາດຂອງພຣະອົງ ໃຫ້ເຮົາພາກັນຂາບລົງນະມັດສະການຕໍ່ໜ້າພຣະບັນລັງຂອງພຣະອົງ.”
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະອົງ ເພາະກຳລັງອັນຍິ່ງໃຫຍ່ຂອງພຣະອົງນັ້ນ ພວກຂ້ານ້ອຍຈະຮ້ອງລຳທຳເພງ ແລະຍ້ອງຍໍສັນລະເສີນຣິດທານຸພາບຂອງພຣະອົງ.
ຈົ່ງຮ່ວມກັບຂ້ອຍປະກາດວ່າພຣະເຈົ້າຢາເວຍິ່ງໃຫຍ່ ໃຫ້ພວກເຮົາສັນລະເສີນພຣະນາມຂອງພຣະອົງພ້ອມກັນ.
ທຸກຄົນຈະຍ້ອງຍໍສັນລະເສີນພຣະນາມອັນຍິ່ງໃຫຍ່ແລະສູງສົ່ງ ຊຶ່ງເປັນທີ່ຄວນຢ້ານຢຳແລະບໍຣິສຸດດ້ວຍ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຈົ່ງນະມັດສະການທີ່ເນີນພູສັກສິດຂອງພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເປັນອົງບໍຣິສຸດ.
ພຣະເຈົ້າຢາເວເປັນປ້ອມປ້ອງກັນຢ່າງເຂັ້ມແຂງ; ພຣະອົງເປັນແຫລ່ງແຫ່ງການຊ່ວຍກູ້ຈາກໂພຍໄພຮ້າຍ. ພຣະອົງເປັນພຣະເຈົ້າທີ່ຂ້ານ້ອຍຈະຍ້ອງຍໍສັນລະເສີນ; ເປັນພຣະເຈົ້າແຫ່ງພຣະບິດາ ຈຶ່ງຂໍຍົກຍໍພຣະຣິດທານຸພາບ.
ເມື່ອເຖິງວັນນັ້ນ ປະຊາຊົນຈະຮ້ອງເພງວ່າ, “ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ແລະຈົ່ງຮ້ອງອອກພຣະນາມຂອງພຣະອົງ ຈົ່ງບອກຊົນຊາດທັງຫລາຍສິ່ງທີ່ພຣະອົງໄດ້ກະທຳ ຈົ່ງບອກໃຫ້ພວກເຂົາຮູ້ວ່າພຣະນາມຂອງພຣະອົງ ເປັນທີ່ຍົກຍ້ອງຢ່າງສູງສຸດ
ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະຍ້ອງຍໍໃຫ້ກຽດພຣະອົງ ແລະສັນລະເສີນພຣະນາມພຣະເຈົ້າ. ພຣະອົງນັ້ນໄດ້ເຮັດສິ່ງອັດສະຈັນນາໆປະການ ພຣະອົງເຮັດຕາມແຜນການທີ່ຊົງໄດ້ວາງໄວ້.
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?
ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກແອກ ແລະຈະບໍ່ມີຜູ້ໃດປົດແອກອອກໃຫ້ພວກເຂົາໄດ້.
ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ.