4 ກະສັດຜູ້ຊົງອຳນາດຍິ່ງໃຫຍ່ ເພາະພຣະອົງຮັກການກະທຳທີ່ເປັນທຳ ແລະໃຫ້ມີຄວາມຍຸດຕິທຳໃນຊາດອິດສະຣາເອນ ພຣະອົງໄດ້ນຳຄວາມຊອບທຳແລະຄວາມເປັນທຳມາໃຫ້.
ອຳນາດຂອງພຣະເຈົ້ານັ້ນແສນຍິ່ງໃຫຍ່ຫລາຍ ຊຶ່ງພວກເຮົາເຂົ້າມາໃກ້ຊິດພຣະອົງບໍ່ໄດ້; ພຣະອົງຊົງຍຸດຕິທຳແທ້ແລະທ່ຽງທຳຍິ່ງໃຫຍ່ ພຣະອົງໄດ້ເຮັດກັບມະນຸດໂດຍສິ່ງເຫຼົ່ານີ້ແຫລະ.
ພຣະເຈົ້າຢາເວເຮັດຖືກຕ້ອງແລະຮັກການກະທຳດີ ຜູ້ທີ່ເຮັດຢ່າງນີ້ກໍຈະອາໄສຢູ່ຊ້ອງໜ້າພຣະອົງໄດ້.
ຕໍ່ໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງຈະມາຕັດສິນແຜ່ນດິນໂລກ ເພື່ອພິພາກສາຕັດສິນໂລກດ້ວຍຄວາມຊອບທຳແລະຊົນຊາດທັງຫຼາຍດ້ວຍຄວາມສັດຊື່.
ລາວຈະບໍ່ເສຍຫວັງຫລືຄວາມກ້າຫານໃດໆ ລາວຈະຕັ້ງຄວາມຍຸດຕິທຳເທິງແຜ່ນດິນໂລກ. ບັນດາປະເທດທີ່ຢູ່ຫ່າງໄກທັງຫລາຍ ສົນໃຈລໍຖ້າໃນຄຳສັ່ງສອນຂອງລາວທັງນັ້ນ.”
ສະນັ້ນ ດັ່ງພື້ນດິນເຮັດໃຫ້ພືດງອກຂຶ້ນມາ ດັ່ງສວນເຮັດໃຫ້ພືດທີ່ຫວ່ານລົງງອກຂຶ້ນນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະໄດ້ຊ່ວຍຄົນຂອງພຣະອົງ ແລະທຸກຊົນຊາດກໍຈະຍ້ອງຍໍສັນລະເສີນພຣະອົງ.
ພຣະຣາຊອຳນາດຈະເພີ່ມຂຶ້ນຢູ່ສະເໝີ ພຣະຣາຊອານາຈັກຈະມີສັນຕິສຸກໄປເລື້ອຍໆ. ພຣະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫລັກຄືຄວາມຍຸດຕິທຳແລະຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ຈົນເຖິງເທົ່າອະວະສານ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດທຸກສິ່ງນີ້.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເລືອກເອົາຜູ້ໜຶ່ງໃນເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ກະສັດຜູ້ນີ້ຈະປົກຄອງຢ່າງສະຫລາດ ແລະຈະເຮັດແຕ່ສິ່ງທີ່ຖືກຕ້ອງ ແລະຍຸດຕິທຳຕະຫລອດທົ່ວທັງປະເທດ.
ພຣະອົງໃຫ້ສິດລູກກຳພ້າແລະພວກແມ່ໝ້າຍໄດ້ຮັບຄວາມເປັນທຳ; ພຣະອົງຮັກຊາວຕ່າງດ້າວທີ່ອາໄສຢູ່ນຳພວກເຮົາ ໂດຍໃຫ້ອາຫານແລະເຄື່ອງນຸ່ງຫົ່ມແກ່ພວກເຂົາ.
ເພື່ອຈະນຳເອົາການຕັດສິນມາສູ່ທຸກໆຄົນ ຄືລົງໂທດທຸກຄົນ ສຳລັບການກະທຳຊົ່ວທຸກຢ່າງ ທີ່ພວກເຂົາໄດ້ເຮັດໃນການບໍ່ຢຳເກງພຣະເຈົ້າ ແລະສຳລັບຄຳຫຍາບຊ້າທຸກໆຄຳ ທີ່ຄົນເຫຼົ່ານັ້ນໄດ້ກ່າວໃສ່ຮ້າຍພຣະອົງ.”
ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໄຂອອກດັ່ງນີ້ ມີມ້າຂາວໂຕໜຶ່ງ ພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ຊົງພຣະນາມວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງຜູ້ຊົງພິພາກສາ ແລະສູ້ຮົບດ້ວຍຄວາມຍຸດຕິທຳ.
ຕາມເສື້ອຄຸມແລະຕາມກົກຂາຂອງພຣະອົງ ໄດ້ມີຊື່ຂຽນໄວ້ວ່າ, “ຈອມກະສັດ.” ແລະ “ຈອມເຈົ້ານາຍ.”