ເພງ^ສັນລະເສີນ 99:3 - ພຣະຄຳພີສັກສິ3 ທຸກຄົນຈະຍ້ອງຍໍສັນລະເສີນພຣະນາມອັນຍິ່ງໃຫຍ່ແລະສູງສົ່ງ ຊຶ່ງເປັນທີ່ຄວນຢ້ານຢຳແລະບໍຣິສຸດດ້ວຍ. Uka jalj uñjjattʼäta |
ຂ້າພະເຈົ້າເຫັນວ່າປະຊາຊົນວຸ້ນວາຍໃຈ; ສະນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພວກເຂົາ ພ້ອມທັງພວກຜູ້ນຳ ແລະພວກຂ້າຣາຊການວ່າ, “ບໍ່ຕ້ອງຢ້ານພວກສັດຕູດອກ. ຈົ່ງຈົດຈຳໄວ້ວ່າພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫຍ່ ແລະເປັນທີ່ເກງກົວຫລາຍສໍ່າໃດ ແລະຈົ່ງສູ້ຮົບເພື່ອເພື່ອນຮ່ວມຊາດ, ລູກ, ເມຍ ແລະເຮືອນຂອງພວກທ່ານ.”
ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຮະເຈົ້າຊົງຣິດ ແລະອຳນາດຍິ່ງໃຫຍ່ ຊົງກະທຳໃຫ້ຢ້ານກົວແລະຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ ຄາວກະສັດອັດຊີເຣຍໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະຜູ້ນຳຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະທັງພວກຜູ້ທຳນວາຍ ກັບບັນພະບຸລຸດ ແລະປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງພວກຂ້ານ້ອຍແດ່ທ້ອນ
ແລ້ວກໍມີການຮຽກຮ້ອງປະຊາຊົນໃຫ້ນະມັດສະການພຣະເຈົ້າ ໂດຍຊາວເລວີ ມີດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະເປທາຮີຢາ. ພວກເຂົາໄດ້ເວົ້າວ່າ, “ຈົ່ງລຸກຢືນຂຶ້ນ ແລະສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຈົ່ງສັນລະເສີນພຣະອົງສືບໄປຊົ່ວນິຣັນດອນ ຈົ່ງໃຫ້ທຸກຄົນຍົກຍໍພຣະນາມອັນຮຸ່ງເຮືອງຍິ່ງໃຫຍ່ ເຖິງແມ່ນວ່າມະນຸດນັ້ນໃຫ້ຄຳຍົກຍໍ ບໍ່ຍິ່ງໃຫຍ່ພໍສຳລັບພຣະອົງກໍຕາມ.”
ບັດນີ້ ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ຕໍ່ໄປອີກແລ້ວ ແຕ່ພວກເຂົາຍັງຈະຢູ່ໃນໂລກນີ້ ດຽວນີ້ຂ້ານ້ອຍໃກ້ຈະເມືອຫາພຣະອົງ. ໂອ ພຣະບິດາເຈົ້າຜູ້ບໍຣິສຸດເອີຍ ຂໍໂຜດພິທັກຮັກສາພວກເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”