2 ພຣະເຈົ້າຢາເວຊົງຍິ່ງໃຫຍ່ໃນຊີໂອນ ຄືພຣະອົງເປັນອົງສູງສຸດເໜືອທົ່ວທຸກຊົນຊາດ.
ພຣະເຈົ້າຢາເວປົກຄອງຢູ່ເໜືອຊົນຊາດທັງຫລາຍ ສະຫງ່າຣາສີຂອງພຣະອົງກໍຢູ່ເໜືອຟ້າສະຫວັນ.
ພຣະອົງໃຫ້ພວກເຮົາມີໄຊຊະນະເໜືອຄົນທັງຫລາຍ ແລະໃຫ້ປົກຄອງເໜືອບັນດາປະຊາຊາດ.
ພຣະເຈົ້ານັ່ງເທິງພຣະບັນລັງອັນສັກສິດ ພຣະເຈົ້າເປັນກະສັດເໜືອທຸກຊົນຊາດ.
ພຣະເຈົ້າສົ່ງແສງແຈ້ງມາຈາກພູເຂົາຊີໂອນ ຄືພຣະນະຄອນທີ່ມີຄວາມງົດງາມອັນຄົບຖ້ວນແລະສົມບູນແບບ.
ພຣະອົງປົກຄອງດ້ວຍຣິດທານຸພາບຂອງພຣະອົງສືບໆໄປ ແລະພຣະເນດຂອງພຣະອົງເຝົ້າເບິ່ງຊົນຊາດທັງຫຼາຍ ບໍ່ໃຫ້ລຸກຂຶ້ນຕໍ່ສູ້ພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ອົງຍິ່ງໃຫຍ່ສູງສຸດ ເພາະພຣະອົງຊົງປົກຄອງທົ່ວແຜ່ນດິນໂລກນີ້ ແລະຍິ່ງໃຫຍ່ກວ່າພະທັງໝົດ.
ຈົ່ງໃຫ້ທຸກຄົນທີ່ອາໄສຢູ່ເທິງພູເຂົາຊີໂອນ ຮ້ອງໂຮຍິນດີ ແລະຮ້ອງລຳທຳເພງເຖີດ ອົງຊົງຍິ່ງໃຫຍ່ແລະຊົງບໍຣິສຸດຂອງຊາດອິດສະຣາເອນ ຢູ່ທ່າມກາງພວກເຈົ້າແລ້ວ.”
ພວກເຮົາຈະຕ້ອງຕອບພວກຜູ້ນຳຂ່າວ ທີ່ມາຈາກຟີລິດສະຕິນນັ້ນຢ່າງໃດ? ພວກເຮົາຈະບອກພວກເຂົາວ່າ, “ພຣະເຈົ້າຢາເວໄດ້ຕັ້ງພູເຂົາຊີໂອນຂຶ້ນແລ້ວ ແລະປະຊາຊົນຂອງພຣະອົງຜູ້ທີ່ທົນທຸກຈະໄດ້ພົບຄວາມປອດໄພໃນທີ່ນັ້ນ.”
ຂ້າພະເຈົ້າຫຼິງເຫັນວ່າ ອະນາຄົດຂອງຊາດອິດສະຣາເອນ ຈະບໍ່ນຳໂຊກຮ້າຍໃດໆ ຫລືຄວາມລຳບາກມາສູ່ພວກເຂົາຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ກໍສະຖິດຢູ່ນຳພວກເຂົາ ພວກເຂົາປະກາດວ່າພຣະອົງ ເປັນກະສັດຂອງພວກເຂົາເຈົ້າ.