Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 99:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ເປັນ​ເຈົ້າກະສັດ ແລະ​ມະນຸດ​ກໍ​ສະທ້ານ​ຢ້ານກົວ. ພຣະອົງ​ນັ່ງ​ເທິງ​ບັນລັງ​ເໜືອ​ເຄຣຸບ ແລະ​ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 99:1
30 Jak'a apnaqawi uñst'ayäwi  

ແລະ​ພາ​ພວກເຂົາ​ໄປ​ທີ່​ເມືອງ​ບາອາລາ ໃນ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຕາມ​ນາມ​ຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ຊົງ​ນັ່ງ​ເທິງ​ບັນລັງ​ເຄຣຸບ.


ທົ່ວໂລກ ຈົ່ງ​ສະທ້ານ​ຢູ່​ຊ້ອງໜ້າ​ພຣະອົງ ແຜ່ນດິນ​ໂລກ​ຄົງ​ຢູ່​ກັບທີ່​ເຄື່ອນຍ້າຍ​ບໍ່ໄດ້.


ພຣະອົງ​ນັ່ງ​ເທິງ​ເຄຣຸບ ແລະ​ສະເດັດ​ລົງ​ມາ ແລະ​ທ່ອງທ່ຽວ​ໄປມາ​ຕາມ​ປີກ​ລົມ​ພັດ.


ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ໂອ ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ ຜູ້ລ້ຽງ​ຝູງແກະ​ຂອງ​ພຣະອົງ​ເອີຍ ໂຜດ​ຟັງ ຄື​ຜູ້​ນັ່ງ​ເທິງ​ບັນລັງ​ເໜືອ​ບັນດາ​ເຄຣຸບ


ຜູ້​ປາກົດ​ພຣະອົງ​ເອງ​ແກ່​ເຜົ່າ​ເອຟຣາອິມ ແກ່​ເຜົ່າ​ເບັນຢາມິນ​ແລະ​ເຜົ່າ​ມານາເຊ​ນັ້ນ. ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ເຫັນ​ພຣະ​ກຳລັງ​ແດ່ ແລະ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ທ້ອນ.


ພວກເຈົ້າ​ໂງ່ຈ້າ ແລະ​ບໍ່​ຮູ້ຈັກ​ຫຍັງ ທັງ​ຍ່າງ​ໄປມາ​ໃນ​ຄວາມມືດ ແລະ​ຄວາມ​ຍຸດຕິທຳ​ໄດ້​ສູນເສຍ​ໄປ​ຈາກ​ໂລກນີ້.


ພຣະເຈົ້າຢາເວ​ຊົງ​ເປັນ​ກະສັດ ພຣະເຈົ້າຢາເວ​ຊົງ​ຫົ່ມ​ດ້ວຍ​ພຣະ​ສະຫງ່າຣາສີ​ແລະ​ພະລັງ. ແຜ່ນດິນ​ໂລກ​ຕັ້ງ​ຢູ່​ບ່ອນ​ເກົ່າ​ຢ່າງ​ໝັ້ນຄົງ​ດີ ແລະ​ບໍ່​ສາມາດ​ເໜັງຕີງ​ຍ້າຍ​ໄປມາ​ໄດ້.


ຈົ່ງ​ກ່າວ​ແກ່​ຊົນຊາດ​ທັງປວງ​ວ່າ, “ພຣະເຈົ້າຢາເວ​ເປັນ​ຈອມຣາຊາ ແຜ່ນດິນ​ໂລກ​ໄດ້​ຖືກ​ຕັ້ງ​ໄວ້​ຢູ່​ບ່ອນ​ເກົ່າ ຢ່າງ​ໝັ້ນຄົງ​ແລະ​ບໍ່​ຫວັ່ນໄຫວ. ພຣະອົງ​ຈະ​ຕັດສິນ​ປະຊາຊົນ​ທັງປວງ ດ້ວຍ​ຄວາມ​ຍຸດຕິທຳ.”


ຈົ່ງ​ກົ້ມຂາບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເມື່ອ​ອົງ​ບໍຣິສຸດ​ມາ​ປາກົດ ທົ່ວ​ແຜ່ນດິນ​ໂລກ​ເອີຍ ສັ່ນເຊັນ​ຕໍ່ໜ້າ​ພຣະອົງ​ເຖີດ.


ພຣະເຈົ້າຢາເວ​ເປັນ​ກະສັດ ແຜ່ນດິນ​ໂລກ​ຈົ່ງ​ເບີກບານ​ໃຈ ເກາະ​ທັງຫລາຍ​ຕາມ​ທະເລ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ​ເຖີດ.


ຟ້າແມບ​ເຮັດ​ໃຫ້​ໂລກ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ແລເຫັນ​ຈຶ່ງ​ສັ່ນ​ສະທ້ານ​ຢ້ານກົວ.


ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ໃຫ້​ຄຳແນະນຳ​ອັນ​ສັບສົນ. ຜົນ​ທີ່​ໄດ້​ຮັບ​ຄື​ເອຢິບ​ກະທຳ​ທຸກສິ່ງ​ຜິດພາດ ແລະ​ຍ່າງ​ໂຊເຊ​ໄປ​ດັ່ງ​ຄົນ​ເມົາ​ເຫຼົ້າ​ທີ່​ພະລາດ​ລົ້ມ​ເທິງ​ຮາກ​ຂອງຕົນ.


ຂ້ານ້ອຍ​ແນມເບິ່ງ​ພູເຂົາ​ຕ່າງໆ​ພຸ້ນ ມັນ​ກໍ​ສັ່ນສະເທືອນ ແລະ​ເນີນພູ​ທັງຫລາຍ​ກໍ​ໂຊເຊ​ໄປມາ​ດ້ວຍ.


ເມື່ອ​ເອໂດມ​ແຕກ ຈະ​ມີ​ສຽງດັງ​ຈົນ​ແຜ່ນດິນ​ໂລກ​ຫວັ່ນໄຫວ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ອ່າວ​ອາກາບາ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.


ເມື່ອ​ນະຄອນ​ບາບີໂລນ​ຫຼົ້ມຈົມ​ນັ້ນ​ຈະ​ມີ​ສຽງດັງ​ຂຶ້ນ ຈົນ​ແຜ່ນດິນ​ໂລກ​ທັງໝົດ​ສັ່ນສະເທືອນ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ຊົນຊາດ​ທັງຫລາຍ.”


“ມະນຸດ​ເອີຍ ນີ້ແຫລະ​ແມ່ນ​ບັນລັງ​ຂອງເຮົາ. ເຮົາ​ຈະ​ຢູ່​ທີ່​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ປົກຄອງ​ພວກເຂົາ​ຕະຫລອດໄປ. ປະຊາຊົນ​ອິດສະຣາເອນ​ຕະຫລອດ​ທັງ​ບັນດາ​ກະສັດ​ຂອງ​ພວກເຂົາ ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ໂດຍ​ຂາບໄຫວ້​ພະອື່ນ ຫລື​ໂດຍ​ຝັງສົບ​ຂອງ ກະສັດ​ຂອງ​ພວກເຂົາ​ທີ່​ໄດ້​ຕາຍໄປ​ແລ້ວ​ໃນ​ທີ່​ນີ້​ອີກ.


ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.


ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’


ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ກາບ​ທູນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ອົງ​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພວກ​ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ ພຣະອົງ ຈຶ່ງ​ໄດ້​ຊົງ​ຕັ້ງຕົ້ນ​ສະເຫວີຍ​ຣາດ ທີ່​ແຜ່ນດິນ​ໂລກ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


ທ້ອງຟ້າ​ກໍ​ຫົດ​ເຂົ້າ ເໝືອນ​ດັ່ງ​ໜັງສື​ມ້ວນ​ທີ່​ຖືກ​ມ້ວນ​ໄວ້, ພູ​ທຸກ​ໜ່ວຍ ແລະ​ເກາະ​ທຸກ​ແຫ່ງ​ໄດ້​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka