4 ຂ້າແດ່ພຣະເຈົ້າຢາເວ ການກະທຳອັນມີຣິດອຳນາດຂອງພຣະອົງ ເຮັດໃຫ້ຂ້ານ້ອຍດີໃຈຫລາຍ ເພາະສິ່ງທີ່ພຣະອົງໄດ້ກະທຳແກ່ຂ້ານ້ອຍ ຂ້ານ້ອຍຈຶ່ງຮ້ອງເພງຢ່າງເບີກບານມ່ວນຊື່ນ.
ຂໍໃຫ້ສະຫງ່າຣາສີຂອງພຣະເຈົ້າຢາເວດຳລົງຢູ່ຕະຫລອດໄປ ຂໍໃຫ້ພຣະເຈົ້າຢາເວພໍໃຈນຳສິ່ງທີ່ຖືກສ້າງມານັ້ນ.
ຂໍໃຫ້ບົດເພງນັ້ນຈົ່ງເປັນທີ່ພໍໃຈພຣະອົງ ຂ້ານ້ອຍຊົມຊື່ນຍິນດີໃນພຣະເຈົ້າຢາເວ.
ພຣະເຈົ້າຢາເວໄດ້ຊົງກະທຳສິ່ງຍິ່ງໃຫຍ່ສຳລັບພວກເຮົາ, ພວກເຮົາທຸກຄົນຕ່າງກໍມີຄວາມສຸກຫລາຍທີ່ສຸດ.
ເມື່ອລະນຶກເຖິງວັນທີ່ໄດ້ຜ່ານພົ້ນໄປ ຄິດເຖິງທຸກສິ່ງທີ່ພຣະອົງໄດ້ກະທຳທັງພາລະກິດທຸກຢ່າງດ້ວຍ.
ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວດ້ວຍການດີດກິດຕາ ຈົ່ງເສບດົນຕຼີແລະຮ້ອງເພງຖວາຍແກ່ພຣະອົງ.
ສ່ວນຄົນຊອບທຳນັ້ນຈະຊົມຊື່ນຍິນດີ ຍ້ອນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ. ພວກເຂົາຈະພົບຄວາມປອດໄພໃນພຣະອົງ ຄົນຊອບທຳທຸກຄົນຈະຍ້ອງຍໍສັນລະເສີນພຣະອົງ.
ພຣະອົງໄດ້ແຕ່ງຕັ້ງພວກເຂົາໃຫ້ປົກຄອງ ທຸກໆສິ່ງທີ່ພຣະອົງໄດ້ສ້າງມານັ້ນຄື:
ຂໍຊົງໂຜດໃຫ້ພວກຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງ ໄດ້ເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ຄືສິ່ງອັດສະຈັນທີ່ພຣະອົງໄດ້ກະທຳນັ້ນ ຂໍຊົງໂຜດໃຫ້ເຊື້ອສາຍຂອງຂ້ານ້ອຍໄດ້ເຫັນເໝືອນກັນ ໃນຣິດທານຸພາບຂອງພຣະອົງນັ້ນ.
ພຣະເຈົ້າຢາເວກ່າວດັ່ງນີ້: “ຈົ່ງຮ້ອງເພງຢ່າງຊົມຊື່ນໃຫ້ອິດສະຣາເອນ ຊົນຊາດໜຶ່ງທີ່ຍິ່ງໃຫຍ່ກວ່າທຸກຊົນຊາດ. ຈົ່ງຮ້ອງເພງຂອງພວກເຈົ້າສັນລະເສີນວ່າ, ‘ພຣະເຈົ້າຢາເວໄດ້ຊ່ວຍກູ້ເອົາປະຊາຊົນຂອງພຣະອົງ; ພຣະອົງໄດ້ຊ່ວຍກູ້ເອົາທຸກໆຄົນ ຄືປະຊາຊົນທີ່ຍັງເຫລືອຢູ່ນັ້ນ.’
ແລະ ຈິດວິນຍານຂອງຂ້ານ້ອຍ ໄດ້ຊົມຊື່ນຍິນດີໃນພຣະເຈົ້າ ຜູ້ຊົງໂຜດໃຫ້ຂ້ານ້ອຍໄດ້ພົ້ນ
ພວກເຈົ້າກໍເໝືອນກັນນັ້ນແຫຼະ ໃນເວລານີ້ພວກເຈົ້າໂສກເສົ້າ ແຕ່ເຮົາຈະເຫັນພວກເຈົ້າອີກ ແລະພວກເຈົ້າກໍຈະຊົມຊື່ນຍິນດີຢ່າງເຕັມລົ້ນ ເປັນຄວາມຍິນດີທີ່ບໍ່ມີຜູ້ໃດເອົາໄປຈາກພວກເຈົ້າໄດ້.
ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປ ຕາມຂະບວນຝ່າຍຄວາມໄຊຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງ ໃຫ້ປາກົດດ້ວຍເຮົາໃນທຸກບ່ອນ.
“ໂອ ສະຫວັນ ແລະບັນດາໄພ່ພົນຂອງພຣະເຈົ້າ ໂອ ອັກຄະສາວົກ ແລະຜູ້ປະກາດພຣະທຳທັງຫລາຍເອີຍ ຈົ່ງຊົມຊື່ນຍິນດີເພາະນະຄອນນັ້ນ. ດ້ວຍວ່າ, ພຣະເຈົ້າໄດ້ຊົງພິພາກສາລົງໂທດນະຄອນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ເຈົ້າທັງຫລາຍແລ້ວ.”