Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 92:3 - ພຣະຄຳພີສັກສິ

3 ດ້ວຍ​ດົນຕຼີ​ຈາກ​ເຄື່ອງເສບ​ເປັນ​ສາຍ ໂດຍ​ສຽງ​ກິດຕາ ບັນເລງ​ເພງ​ພ້ອມ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 92:3
17 Jak'a apnaqawi uñst'ayäwi  

ກະສັດ​ດາວິດ ແລະ​ປະຊາຊົນ​ທັງຫລາຍ, ຕ່າງ​ກໍ​ຟ້ອນ​ຢ່າງ​ສຸດໃຈ​ເພື່ອ​ຖວາຍ​ກຽດ​ແກ່​ພຣະເຈົ້າ. ພວກເຂົາ​ຮ້ອງເພງ​ທັງ​ບັນເລງ​ດົນຕຼີ​ເຊັ່ນ: ພິນ, ກອງ, ແສ່ງ ແລະ​ແກ.


ກະສັດ​ດາວິດ​ໄດ້​ສັ່ງ​ບັນດາ​ຜູ້ນຳ​ໃຫ້​ມອບໝາຍ​ໜ້າທີ່​ແກ່​ພວກ​ເລວີ ເພື່ອ​ຮ້ອງລຳ​ທຳເພງ​ແລະ​ບັນເລງ​ດົນຕຼີ​ຢ່າງ​ມ່ວນຊື່ນ ຄື​ດີດພິນ​ແລະ​ຕົບແສ່ງ​ໄປ​ພ້ອມ.


ແລະ​ພວກເຂົາ​ຈະຕ້ອງ​ຢືນ​ຮັບໃຊ້​ເພື່ອ​ໂມທະນາ​ຂອບພຣະຄຸນ​ແລະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ທຸກໆເຊົ້າ​ແລະ​ທຸກໆແລງ


ລູກຊາຍ​ທຸກຄົນ​ຕົບແສ່ງ​ກັບ​ດີດພິນ​ພາຍໃຕ້​ການ​ຊີ້ນຳ​ຂອງ​ຜູ້​ເປັນ​ພໍ່ ເພື່ອ​ປະສົມ​ປະສານ​ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສ່ວນ​ອາສັບ, ເຢດູທູນ ແລະ​ເຮມານ ແມ່ນ​ຢູ່​ໃຕ້​ຄຳສັ່ງ​ຂອງ​ກະສັດ.


ເມື່ອ​ມາ​ຮອດ​ໃນ​ເມືອງ ພວກເຂົາ​ກໍ​ຍ່າງ​ມຸ່ງໜ້າ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ດີດພິນ​ແລະ​ເປົ່າແກ​ດັງ​ກ້ອງສະໜັ່ນ.


ໝວດ​ທີສອງ​ໃຫ້​ຮັກສາ​ປະຕູ​ຣາຊວັງ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ນັ້ນ​ໃຫ້​ປະຈຳ​ທີ່​ປະຕູ​ໂຂງ. ປະຊາຊົນ​ທຸກຄົນ​ຈະ​ຕ້ອງ​ມາ​ໂຮມກັນ​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ກະສັດ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ກະສັດ​ດາວິດ​ໂດຍ​ຜ່ານ​ທາງ​ກາດ ຜູ້ທຳນວາຍ​ຂອງ​ກະສັດ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ນາທານ; ເພິ່ນ​ໄດ້​ໃຫ້​ຊາວ​ເລວີ​ປະຈຳ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໂດຍ​ໃຫ້​ມີ​ພິນ​ແລະ​ມີ​ແສ່ງ


ເວລາ​ອຸທິດ​ຖວາຍ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ນັ້ນ ຊາວ​ເລວີ​ແມ່ນ​ໄດ້​ຖືກ​ນຳ​ມາ​ຈາກ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່ ເພື່ອ​ພວກເຂົາ​ຈະ​ສາມາດ​ຮ່ວມ​ໃນ​ພິທີ​ສະຫລອງ​ຂອງ​ການ​ອຸທິດ​ຖວາຍ​ໃນ​ຄັ້ງ​ນີ້ ໂດຍ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພ້ອມ​ດ້ວຍ​ສຽງ​ແສ່ງ​ແລະ​ສຽງ​ພິນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ດ້ວຍ​ການ​ຟ້ອນລຳ​ທຳເພງ ຈົ່ງ​ຕີ​ກອງ​ແລະ​ດີດ​ກິດຕາ ຍ້ອງຍໍ​ສັນລະເສີນ​ພຣະອົງ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ດ້ວຍ​ການ​ດີດ​ກິດຕາ ຈົ່ງ​ເສບດົນຕຼີ​ແລະ​ຮ້ອງເພງ​ຖວາຍ​ແກ່​ພຣະອົງ.


ຂ້ານ້ອຍ​ທູນ​ຖາມ​ພຣະເຈົ້າ​ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ວ່າ, “ເປັນຫຍັງ​ໜໍ​ຈຶ່ງ​ໄດ້​ລືມໄລ​ຂ້ານ້ອຍ? ເປັນຫຍັງ​ໜໍ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ທໍລະມານ ຈາກ​ຄວາມ​ໂຫດຫ້ຽມ​ຂອງ​ເຫຼົ່າ​ສັດຕູ​ນັ້ນ?”


ຈິດວິນຍານ​ຂອງຂ້ອຍ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ກິດຕາ​ແລະ​ກະຈັບປີ່ ຂອງຂ້ອຍ ພິນໃຫຍ່​ແລະ​ພິນນ້ອຍ ຈົ່ງ​ຕື່ນ​ຂຶ້ນ​ມາ ຈົ່ງ​ຂຶ້ນ​ມາ​ບັນເລງ​ເພງ ຂ້ອຍ​ຈະ​ປຸກ​ຕາເວັນ​ໃຫ້​ລຸກ​ຂຶ້ນ.


ພວກ​ນັກຮ້ອງ​ຢູ່​ດ້ານ​ໜ້າ ພວກດົນຕຼີ​ຢູ່​ດ້ານຫລັງ ທາງກາງ​ມີ​ພວກ​ຍິງ​ສາວໜຸ່ມ​ກຳລັງ​ຕີ​ກອງ​ໄປ​ພ້ອມ.


ພຣະເຈົ້າຢາເວ​ເປີດເຜີຍ​ພຣະອົງ​ເອງ​ດ້ວຍ​ການຕັດສິນ​ອັນ​ຍຸດຕິທຳ ຄົນຊົ່ວຮ້າຍ​ກໍ​ຖືກ​ຈັບ​ໂດຍ​ສິ່ງ​ທີ່​ຕົນເອງ​ໄດ້​ກະທຳ​ໄວ້.


ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka