Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 92:1 - ພຣະຄຳພີສັກສິ

1 ເປັນ​ການດີແທ້​ທີ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເປັນ​ການດີແທ້​ທີ່​ໄດ້​ຍົກຍໍ​ສັນລະເສີນ​ພຣະນາມ​ອົງ​ສູງສຸດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 92:1
22 Jak'a apnaqawi uñst'ayäwi  

ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່ ຕະຫລອດໄປ​ເປັນນິດ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະເຈົ້າຢາເວ​ຊົງ​ເມດຕາ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ເພາະ​ຊົງ​ເມດຕາ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ການ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ການດີ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເປັນ​ທີ່​ຍິນດີ​ແລະ​ຖືກຕ້ອງ.


ຜູ້​ຊອບທຳ​ທຸກຄົນ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ຊົງ​ກະທຳ​ນັ້ນ ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ ຈົ່ງ​ສັນລະເສີນ​ພຣະອົງ​ເຖີດ.


ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຈະ​ປະກາດ​ພຣະນາມ​ຂອງ​ພຣະອົງ​ອົງ​ຊົງຄຸນ​ຄວາມດີ ຢູ່​ຊ້ອງໜ້າ​ປະຊາຊົນ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ຢ່າງ​ຊື່ນໃຈ​ຍິນດີ ຈະ​ໂມທະນາ​ຂອບພຣະຄຸນ​ເພາະ​ພຣະອົງ​ຊົງ​ມີ​ຄຸນຄວາມດີ.


ແຕ່​ສຳລັບ​ຂ້ານ້ອຍ​ແລ້ວ ເປັນ​ຄວາມສຸກ​ໃນ​ໃຈ​ແທ້​ທີ່​ຢູ່​ໃກ້ຊິດ​ພຣະເຈົ້າ ຂ້ານ້ອຍ​ໄດ້​ພົບ​ການ​ຄຸ້ມຄອງ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ ເພື່ອ​ຈະ​ປະກາດ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.


ເຮົາ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ບັນດາ​ພະ​ທັງຫຼາຍ ເປັນ​ພວກ​ລູກຊາຍ​ອົງ​ສູງສຸດ​ທັງໝົດ.’


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພວກເຂົາ​ຈະ​ຖືກ​ທຳລາຍ​ໃຫ້​ດັບສູນ​ໄປ​ໝົດ ເພາະ​ພຣະອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕະຫລອດການ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ພຣະເຈົ້າ​ອົງ​ສູງສຸດ​ໄດ້​ແຕ່ງຕັ້ງ​ເຈົ້າ​ເນບູ​ກາດເນັດຊາ​ບິດາ​ຂອງທ່ານ ໃຫ້​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ທັງ​ໃຫ້​ເພິ່ນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ.


ຈົ່ງ​ສົນທະນາກັນ​ດ້ວຍ​ບົດເພງ​ສັນລະເສີນ ບົດເພງ​ນະມັດສະການ, ບົດເພງ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ຈິດໃຈ​ຂອງ​ພວກເຈົ້າ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


ເຖິງ​ຢ່າງ​ໃດ​ກໍດີ ການ​ພັກຜ່ອນ​ໃນ​ວັນ​ຊະບາໂຕ ຍັງ​ມີ​ສຳລັບ​ໄພ່ພົນ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka