3 ເມື່ອພຣະອົງມາປາກົດ ເຫຼົ່າສັດຕູຂອງຂ້ານ້ອຍກໍຖອຍໜີໄປ, ພວກເຂົາລົ້ມລົງແລະສູນຫາຍຕາຍໄປສິ້ນ.
ແຕ່ພຣະອົງເປັນທີ່ຢ້ານກົວຢຳເກງຂອງທຸກຄົນ. ເມື່ອພຣະອົງໂກດຮ້າຍ ບໍ່ມີຜູ້ໃດກ້າຢືນຢູ່ຊ້ອງໜ້າພຣະອົງ
ສັດຕູຂອງພວກຂ້ານ້ອຍໄດ້ຕັດມັນລົງແລະຈູດມັນຖິ້ມ ຂໍພຣະອົງຫລຽວເບິ່ງດ້ວຍຄວາມໂກດຮ້າຍແລະທຳລາຍພວກເຂົາດ້ວຍ
ເຈົ້າໄດ້ຮັບເອົາພຣະເຈົ້າຢາເວເປັນຜູ້ປ້ອງກັນຂອງເຈົ້າ ຄືຮັບເອົາພຣະເຈົ້າອົງສູງສຸດເປັນຜູ້ຄຸ້ມຄອງເຈົ້າ.
ໃນທຸກໆເຊົ້າຈະໄດ້ປະກາດຄວາມຮັກອັນໝັ້ນຄົງ ແລະທຸກໆຄືນຈະໄດ້ປະກາດຄວາມສັດຊື່ຂອງພຣະເຈົ້າ
ມີຄັ້ງໜຶ່ງ ເມື່ອພຣະອົງໄດ້ສະເດັດມາ ແລະເຮັດສິ່ງທີ່ໜ້າຢ້ານກົວຫລາຍ ຊຶ່ງພວກຂ້ານ້ອຍບໍ່ໄດ້ຄາດຫວັງນັ້ນ; ພູເຂົາທັງຫລາຍໄດ້ເຫັນພຣະອົງ ແລະຢ້ານກົວຈົນສັ່ນເຊັນ.
ພຣະເຈົ້າຈະເຮັດໃຫ້ພວກເຂົາຖືກທົນທຸກແລະໄດ້ຮັບໂທດ ແລະຖືກທຳລາຍຕະຫລອດໄປ ຄືຖືກແຍກຈາກອົງພຣະຜູ້ເປັນເຈົ້າ ແລະຈາກຣິດທານຸພາບ ສະຫງ່າຣາສີອັນຮຸ່ງເຮືອງຂອງພຣະອົງ
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ.