Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 9:2 - ພຣະຄຳພີສັກສິ

2 ຂ້ານ້ອຍ​ຈະ​ຮ້ອງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ຈະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ​ຊົງ​ຍິ່ງໃຫຍ່​ສູງສຸດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 9:2
18 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຕໍ່ໜ້າ​ບັນດາ​ພະ​ທັງຫຼາຍ.


ຂ້ານ້ອຍ​ຮ້ອງເພງ​ກ່າວ​ເຖິງ​ການ​ໂມທະນາ​ຂອບພຣະຄຸນ ແລະ​ການກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ດ້ວຍ.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ມີໄຊ​ເໜືອ​ເຫຼົ່າ​ສັດຕູ ທີ່​ພາກັນ​ລ້ອມ​ຂ້ານ້ອຍ​ຢູ່​ນັ້ນ. ຂ້ານ້ອຍ​ຈະ​ຖວາຍບູຊາ​ໃນ​ພຣະວິຫານ​ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ ທັງ​ຮ້ອງເພງ​ຖວາຍ​ສັນລະເສີນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ໂລ້​ຕ້ານທານ​ຂອງ​ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ. ພຣະອົງ​ຊ່ວຍເຫລືອ​ຂ້ານ້ອຍ​ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຊົມຊື່ນ​ຍິນດີ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ອັນ​ອອນຊອນ.


ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ແຕ່​ທຸກຄົນ​ທີ່​ລີ້ໄພ​ໃນ​ພຣະອົງ​ຈະ​ເບີກບານ​ໃຈ ພວກເຂົາ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໄດ້​ຕະຫລອດ. ຂໍ​ຊົງ​ໂຜດ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ໄວ້​ແດ່ ເພາະ​ພຣະອົງ​ແທ້ໆ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ.


ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ສຳລັບ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ອົງ​ສູງສຸດ.


ຈົ່ງ​ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມຊື່​ເປັນ​ພຣະເຈົ້າຢາເວ​ພຽງແຕ່​ອົງດຽວ ເປັນ​ຜູ້ປົກຄອງ​ສູງສຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.


ເປັນ​ການດີແທ້​ທີ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເປັນ​ການດີແທ້​ທີ່​ໄດ້​ຍົກຍໍ​ສັນລະເສີນ​ພຣະນາມ​ອົງ​ສູງສຸດ.


ຂ້າແດ່​ພຣະເຈົ້າຢາເວ ການ​ກະທຳ​ອັນ​ມີ​ຣິດອຳນາດ​ຂອງ​ພຣະອົງ ເຮັດ​ໃຫ້​ຂ້ານ້ອຍ​ດີໃຈ​ຫລາຍ ເພາະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ແກ່​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຢ່າງ​ເບີກບານ​ມ່ວນຊື່ນ.


ຈົ່ງ​ປະກາດ​ພຣະ​ສະຫງ່າຣາສີ​ແກ່​ຊົນຊາດ​ທັງຫລາຍ ແລະ​ພຣະ​ຣາຊກິດ​ຍິ່ງໃຫຍ່​ແກ່​ມວນ​ມະນຸດ​ຊາດ.


ຈົ່ງ​ຍິນດີ​ເຖີດ ຜູ້ຊອບທຳ​ທັງຫລາຍ ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ. ຈົ່ງ​ຈົດຈຳ​ແລະ​ໂມທະນາ​ຂອບພຣະຄຸນ​ຄວາມ​ບໍຣິສຸດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ​ເຖີດ.


ຂ້າແດ່​ພຣະເຈົ້າຢາເວ ອົງ​ຍິ່ງໃຫຍ່​ສູງສຸດ ເພາະ​ພຣະອົງ​ຊົງ​ປົກຄອງ​ທົ່ວແຜ່ນດິນ​ໂລກ​ນີ້ ແລະ​ຍິ່ງໃຫຍ່​ກວ່າ​ພະ​ທັງໝົດ.


ພຣະເຈົ້າ​ອົງ​ສູງສຸດ​ໄດ້​ແຕ່ງຕັ້ງ​ເຈົ້າ​ເນບູ​ກາດເນັດຊາ​ບິດາ​ຂອງທ່ານ ໃຫ້​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ທັງ​ໃຫ້​ເພິ່ນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka