Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 9:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ ດ້ວຍ​ໝົດ​ຫົວໃຈ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບອກ​ເຖິງ​ສິ່ງ​ຍິ່ງໃຫຍ່ ທັງໝົດ​ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 9:1
22 Jak'a apnaqawi uñst'ayäwi  

ພວກ​ເຊື້ອສາຍ​ຂອງ​ຢາໂຄບ ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ຄື​ເຊື້ອສາຍ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຈົ່ງ​ຈື່ຈຳ​ການ​ອັດສະຈັນ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ການຕັດສິນ​ທີ່​ພຣະອົງ​ໄດ້​ປະກາດ​ນັ້ນ.


ຈົ່ງ​ປະກາດ​ສະຫງ່າຣາສີ​ຂອງ​ພຣະອົງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ການ​ອັດສະຈັນ​ທັງຫຼາຍ​ຂອງ​ພຣະອົງ​ໃນ​ທ່າມກາງ​ຄົນ​ທັງປວງ​ດ້ວຍ.


ຜູ້ໃດ​ສາມາດ​ບອກ​ໄດ້​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ? ຫລື ຜູ້ໃດ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ເຖິງຈິດ​ເຖິງໃຈ​ໄດ້?


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ຂ້ານ້ອຍ ໃນ​ທີ່​ຊຸມນຸມຊົນ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຕໍ່ໜ້າ​ບັນດາ​ພະ​ທັງຫຼາຍ.


ຂ້ານ້ອຍ​ຮ້ອງເພງ​ກ່າວ​ເຖິງ​ການ​ໂມທະນາ​ຂອບພຣະຄຸນ ແລະ​ການກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ດ້ວຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໄຂ​ສົບປາກ​ຂ້ານ້ອຍ​ແລະ​ຊ່ວຍ​ເວົ້າ​ແດ່ ເພື່ອ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ສຳລັບ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ອົງ​ສູງສຸດ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.


ເພື່ອວ່າ​ຂ້ານ້ອຍ​ຈະ​ໄດ້​ກ່າວ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ປະຕູ​ທັງຫຼາຍ​ຂອງ​ລູກສາວ​ຊີໂອນ. ຂ້ານ້ອຍ​ກໍ​ຈະ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແລ້ວ.


ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ຂະບວນ​ອູດ​ຈະ​ມາ​ຈາກ​ມີດີອານ​ແລະ​ເອຟາ ບັນທຸກ​ຄຳ​ແລະ​ເຄື່ອງຫອມ​ມາ​ຈາກ​ເຊບາ​ພຸ້ນ. ປະຊາຊົນ​ຕ່າງ​ກໍ​ຈະ​ພາກັນ​ປະກາດ​ຄຳ​ສັນລະເສີນ ເຖິງ​ພາລະກິດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ


ແລ້ວ​ຊາຍ​ຜູ້​ນັ້ນ​ກໍ​ຕອບ​ວ່າ, “ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ກຳລັງ ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ” ແລະ “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka