3 ຄວາມໂກດຮ້າຍຂອງພຣະອົງກໍບໍ່ມີຕໍ່ພວກເຂົາຕໍ່ໄປ ຄວາມກິ້ວໂກດຂອງພຣະອົງກໍຖືກຖອນຖິ້ມແລ້ວ.
ຂໍຊົງໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ໂຜດຟັງແລະເມດຕາພວກເຂົາພ້ອມທັງອະໄພຄວາມຜິດບາບຂອງປະຊາຊົນຂອງພຣະອົງດ້ວຍ.
ເມື່ອພຣະອົງບອກວ່າ ພຣະອົງຈະທຳລາຍປະຊາຊົນຂອງພຣະອົງ ໂມເຊຄົນທີ່ຊົງໄດ້ເລືອກເອົາກໍລຸກຂຶ້ນຂັດຄ້ານໄວ້. ເພິ່ນໄດ້ຢັບຢັ້ງຄວາມໂກດຮ້າຍຂອງພຣະອົງ ໂດຍບໍ່ໃຫ້ຊາວອິດສະຣາເອນຖືກທຳລາຍ.
ແຕ່ພຣະເມດຕານັ້ນຍັງມີຢູ່ຕໍ່ໄປສຳລັບພວກເຂົາ ພຣະອົງອະໄພການບາບຂອງພວກເຂົາ ແລະບໍ່ໄດ້ທຳລາຍພວກເຂົາອີກ. ພຣະອົງຢັບຢັ້ງຄວາມໂກດຮ້າຍຫລາຍເທື່ອຫລາຍທີ ແລະອົດກັ້ນຄວາມໂມໂຫຂອງພຣະອົງໄວ້ດ້ວຍ.
ອາໂຣນໄດ້ຕອບວ່າ, “ຢ່າຮ້າຍໃຫ້ຂ້ອຍເທາະ ເຈົ້າກໍຮູ້ຢູ່ເຕັມໃຈແລ້ວບໍ່ແມ່ນຫລືວ່າປະຊາຊົນເຫຼົ່ານີ້ພ້ອມທີ່ຈະເຮັດບາບຢູ່ແລ້ວ.
ເມື່ອເຖິງມື້ນັ້ນ ປະຊາຊົນຈະຮ້ອງລຳທຳເພງວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະສັນລະເສີນພຣະອົງ ພຣະອົງໄດ້ໂກດຮ້າຍຂ້ານ້ອຍ ແຕ່ບັດນີ້ພຣະອົງເລົ້າໂລມໃຈ ແລະບໍ່ໂກດຮ້າຍຕໍ່ໄປອີກແລ້ວ
ພຣະເຈົ້າຂອງພວກເຮົາກ່າວວ່າ, “ຈົ່ງເລົ້າໂລມປະຊາຊົນຂອງເຮົາ ຈົ່ງເລົ້າໂລມໃຈປະຊາຊົນຂອງເຮົາເຖີດ
ຈົ່ງຊູໃຈປະຊາຊົນຊາວນະຄອນເຢຣູຊາເລັມ ຈົ່ງບອກວ່າ, ພວກເຂົາທົນທຸກດົນນານພໍແລ້ວ ບັດນີ້ການບາບຂອງພວກເຂົາທັງຫລາຍ ກໍໄດ້ຮັບອະໄພ ເສຍແລ້ວ. ພຣະເຈົ້າຢາເວໄດ້ລົງໂທດລົງທັນພວກເຂົາ ໃຫ້ສົມກັບບາບກຳທີ່ພວກເຂົາໄດ້ກະທຳແລ້ວ.”
ເສຣາຟິມຕົນນັ້ນໄດ້ເອົາຖ່ານໄຟແປະໃສ່ທີ່ຮີມສົບຂອງຂ້າພະເຈົ້າ ພ້ອມທັງກ່າວວ່າ, “ຖ່ານໄຟນີ້ໄດ້ຖືກຮີມສົບເຈົ້າ ບັດນີ້ຄວາມຜິດຂອງເຈົ້າໄດ້ໝົດໄປແລ້ວ ແລະບາບຂອງເຈົ້າກໍໄດ້ຮັບການອະໄພ.”
ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະຄວາມຜິດໃນຢູດາ ເພາະເຮົາຈະຍົກໂທດໃຫ້ປະຊາຊົນທີ່ເຮົາໄດ້ໄວ້ຊີວິດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາຈະຍົກຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດ, ແຕ່ເຈົ້າຈະຈົດຈຳມັນໄວ້ ແລະລະອາຍໃຈ ຈົນບໍ່ກ້າອ້າປາກເວົ້າເຖິງມັນເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ບາງທີພຣະເຈົ້າອາດຈະປ່ຽນໃຈ; ບາງທີພຣະອົງອາດຈະເຊົາໂກດຮ້າຍ; ແລະພວກເຮົາຈະບໍ່ຕາຍ.”
ພຣະອົງຍັງຈະເມດຕາພວກຂ້ານ້ອຍອີກເທື່ອໜຶ່ງ. ພຣະອົງຈະຢຽບຢໍ່າການບາບຕ່າງໆຂອງພວກຂ້ານ້ອຍລົງໃຕ້ຕີນຂອງພຣະອົງ ແລະໂຍນລົງໄປໃນພື້ນທະເລເລິກ
ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ
ຢ່າເອົາສິ່ງຂອງໃດໆທີ່ຈະຕ້ອງສາບແຊ່ງແລະທຳລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວພຣະເຈົ້າຢາເວກໍຈະເຊົາໂກດຮ້າຍ ແລະຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະຈະໃຫ້ພວກເຈົ້າມີປະຊາຊົນເພີ່ມພູນຂຶ້ນ ເປັນຈຳນວນຫລວງຫລາຍຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ
ບັນດາຊົນຊາດເອີຍ ຈົ່ງຊົມຊື່ນຍິນດີຮ່ວມກັບປະຊາຊົນຂອງພຣະອົງ ເພາະພຣະອົງລົງໂທດທຸກຄົນທີ່ຂ້າພວກເຂົາ. ພຣະອົງທຳການແກ້ແຄ້ນເຫຼົ່າສັດຕູທັງຫລາຍ ແລະອະໄພການບາບໄພ່ພົນຂອງພຣະອົງແລ້ວ.”