Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 85:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ດິນແດນ​ຂອງ​ພຣະອົງ ພຣະອົງ​ໄດ້​ໂຜດ​ໃຫ້​ອິດສະຣາເອນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 85:1
13 Jak'a apnaqawi uñst'ayäwi  

ຖ້ວຍ​ຄຳ​ແລະ​ຖ້ວຍ​ເງິນ​ລວມ​ທັງໝົດ​ມີ 5.400 ໃບ ພ້ອມ​ກັບ​ສິ່ງ​ອື່ນໆ​ທີ່​ເຊັດບັດຊາ​ໄດ້​ນຳ​ກັບຄືນ​ໄປ ຕອນ​ທີ່​ເພິ່ນ​ເອງ ແລະ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຄົນອື່ນໆ​ໄດ້​ອອກ​ຈາກ​ບາບີໂລນ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.


ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ກວາງນ້ອຍ​ຫິວກະຫາຍ​ລຳນໍ້າ​ໃສ


“ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປະ​ພວກເຮົາ​ເລື້ອຍໆ​ຊັ້ນບໍ? ພຣະອົງ​ຈະ​ບໍ່​ພໍໃຈ​ນຳ​ອີກ​ຕໍ່ໄປ​ຫລືນີ້?


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໃຫ້​ຄວາມ​ເປັນຫ່ວງ​ແກ່​ດິນແດນ ຂອງ​ພຣະອົງ​ແລະ​ອີດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້ ຢູດາ​ແລະ​ເຢຣູຊາເລັມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ຂອງເຮົາ ທີ່​ໄດ້​ມີ​ໄວ້​ກັບ​ຢາໂຄບ, ອີຊາກ ແລະ​ອັບຣາຮາມ ແລະ​ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ຂອງເຮົາ​ໃໝ່ ເພື່ອ​ມອບ​ດິນແດນ​ໃຫ້​ປະຊາຊົນ​ຂອງເຮົາ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka