Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 83:4 - ພຣະຄຳພີສັກສິ

4 ພວກເຂົາ​ເວົ້າ​ກັນ​ວ່າ, “ມາເຖີດ ມາ​ທຳລາຍ​ຊາດ​ນີ້, ຢ່າ​ໃຫ້​ມີ​ຊື່​ຊາດ​ອິດສະຣາເອນ​ຕໍ່ໄປ​ອີກ.”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 83:4
14 Jak'a apnaqawi uñst'ayäwi  

ລາວ​ເວົ້າ​ຕໍ່ໜ້າ​ໝູ່ເພື່ອນ ແລະ​ທະຫານ​ຊາວ​ຊາມາເຣຍ​ວ່າ, “ຊາວຢິວ​ທີ່​ໜ້າ​ສົມເພດ​ເວດທະນາ​ພວກ​ນີ້ ຄິດ​ຢ່າງໃດ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຂົາ​ຕັ້ງໃຈ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່​ຊັ້ນບໍ? ພວກເຂົາ​ຄິດ​ວ່າ ການ​ນຳ​ເຄື່ອງ​ມາ​ເຜົາບູຊາ​ນັ້ນ ຈະ​ພາ​ໃຫ້​ພວກເຂົາ​ເຮັດ​ວຽກ​ແລ້ວ​ໃນ​ມື້​ດຽວ​ຊັ້ນບໍ? ພວກເຂົາ​ຈະ​ເອົາ​ເສດ​ຫີນ​ກຳແພງ​ແຕກ​ກໍ່ສ້າງ​ຂຶ້ນ​ໃໝ່​ໄດ້​ຊັ້ນບໍ?”


ພວກເຂົາ​ໄດ້ກ່າວ​ໃນ​ໃຈ​ວ່າ, “ພວກເຮົາ​ຈະ​ຢຽບຢໍ່າ​ພວກເຂົາ​ໃຫ້​ໝົດສິ້ນໄປ.” ພວກເຂົາ​ຈູດ​ເຜົາ​ສະຖານທີ່​ຊຸມນຸມ​ໃນ​ດິນແດນ​ທຸກໆ​ບ່ອນ.


ໃນ​ກໍລະນີ​ເກີດ​ເສິກ​ຂຶ້ນ ພວກເຂົາ​ອາດ​ເຂົ້າ​ຂ້າງ​ຂອງ​ສັດຕູ ແລະ​ຫັນ​ມາ​ຕໍ່ສູ້​ພວກເຮົາ ແລະ​ອອກ​ໄປ​ຈາກ ປະເທດ. ບັດນີ້ ພວກເຮົາ​ຕ້ອງ​ຫາ​ວິທີ​ກຳຈັດ​ຄົນ​ພວກ​ນີ້​ບໍ່​ໃຫ້​ຫລາຍ​ຂຶ້ນ.”


ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ທັງເປັນ​ໃຫ້​ເໝືອນດັ່ງ​ຄວາມຕາຍ​ກືນກິນ​ມະນຸດ.


ຂ້າພະເຈົ້າ​ເປັນ​ດັ່ງ​ລູກແກະ​ຄຳຮູ້​ໂຕໜຶ່ງ​ທີ່​ຖືກ​ນຳ​ອອກ​ໄປ​ຂ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່​ຮູ້​ເລີຍ​ວ່າ​ພວກເຂົາ​ຄິດ​ແຜນຮ້າຍ​ນັ້ນ ເພື່ອ​ຕໍ່ສູ້​ຂ້າພະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ໃຫ້​ປໍ້າ​ກົກໄມ້​ລົງ​ສາ ໃນ​ຂະນະທີ່​ມັນ​ຍັງ​ແຂງແຮງ​ດີ; ໃຫ້​ຂ້າ​ມັນ​ເສຍ​ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ​ອີກ​ຕໍ່ໄປ.”


ພຣະເຈົ້າຢາເວ​ກ່າວ​ວ່າ ຕາບໃດ​ໂລກນີ້​ຍັງ​ຄົງ​ຢູ່​ຕໍ່ໄປ ຕາບນັ້ນ​ອິດສະຣາເອນ​ກໍ​ຈະ​ດຳລົງ​ຢູ່​ຕໍ່ໜ້າ​ເຮົາ​ເປັນ​ຊາດ​ຕະຫຼອດໄປ.


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຈົ້າ​ຈະ​ເລີ່ມ​ຄິດ​ແຜນການ​ອັນ​ຊົ່ວຮ້າຍ.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ແຕ່​ເພື່ອ​ບໍ່​ໃຫ້​ເລື່ອງ​ນີ້​ແຜ່​ອອກ​ໄປ​ຕື່ມ​ອີກ ໃນ​ທ່າມກາງ​ຄົນ​ທັງຫລາຍ ຈົ່ງ​ສັ່ງ​ຫ້າມ​ແລະ​ຂູ່​ຄົນ​ເຫຼົ່ານີ້ ບໍ່​ໃຫ້​ກ່າວ​ອອກ​ນາມຊື່​ຂອງ​ພຣະເຢຊູເຈົ້າ​ເປັນ​ເດັດຂາດ.”


ພວກເຂົາ​ໄດ້​ມາ​ຮ່ວມກັນ ຕໍ່ສູ້​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka