3 ພວກເຂົາວາງແຜນປອງຮ້າຍປະຊາຊົນຂອງພຣະອົງ ແລະວາງອຸບາຍຕໍ່ສູ້ຄົນທີ່ພຣະອົງຄຸ້ມຄອງໄວ້.
ພວກເຂົາເປັນດັ່ງໂຕສິງທີ່ລໍຖ້າຄຸບເຫຍື່ອຢູ່ໃນຂຸມຂອງມັນ ເພື່ອຄອຍຜົກຈອບຈັບເອົາຄົນຍາກລຳບາກ ພວກເຂົາຫ້າງແຮ້ວໄວ້ເພື່ອຈັບ ແລະລາກເອົາໄປເປັນເຫຍື່ອ.
ເປັນຫຍັງບັນດາຊົນຊາດທັງປວງຈຶ່ງກໍ່ແຜນການກະບົດ? ເປັນຫຍັງປະຊາຊົນຈຶ່ງວາງອຸບາຍອັນໄຮ້ປະໂຫຍດ?
ໃນຍາມຍາກລຳບາກພຣະອົງຈະເປັນຮົ່ມໃຫ້ຂ້ານ້ອຍ ພຣະອົງຈະຮັກສາຂ້ານ້ອຍໄວ້ ຢູ່ໃນພຣະວິຫານຂອງພຣະອົງ ແລະໃຫ້ຂ້ານ້ອຍຢູ່ເທິງໂງ່ນຫີນສູງຢ່າງປອດໄພ.
ພຣະອົງປ້ອງກັນພວກເຂົາໄວ້ຢ່າງປອດໄພ ໃຕ້ຮົ່ມພຣະຄຸນຂອງພຣະອົງ ເພື່ອໃຫ້ພົ້ນຈາກແຜນການປອງຮ້າຍຂອງມະນຸດ ພຣະອົງເຊື່ອງພວກເຂົາໄວ້ໃນບ່ອນເພິ່ງອີງທີ່ປອດໄພ ໃຫ້ພົ້ນຈາກຄຳດູໝິ່ນນິນທາຂອງຄູ່ຕໍ່ສູ້.
ພວກເຂົາລີ້ຈຸ້ມກັນຊອມເບິ່ງສິ່ງທີ່ຂ້ານ້ອຍກະທຳ ລໍຫາໂອກາດດີທີ່ຈະສັງຫານຂ້ານ້ອຍຖິ້ມ.
ຂໍຊົງໂຜດຄຸ້ມຄອງຂ້ານ້ອຍຈາກແຜນອຸບາຍຂອງຄົນຊົ່ວຮ້າຍ ຈາກຝຸງຄົນທີ່ຊົ່ວຮ້າຍທັງຫລາຍນັ້ນ.
ຜູ້ໃດທີ່ໄປເພິ່ງພຣະເຈົ້າສຳລັບຄວາມປອດໄພ ແລະຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ອົງຊົງຣິດອຳນາດຍິ່ງໃຫຍ່
ໃນກໍລະນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູ ແລະຫັນມາຕໍ່ສູ້ພວກເຮົາ ແລະອອກໄປຈາກ ປະເທດ. ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້ຫລາຍຂຶ້ນ.”
ດ້ວຍວ່າ, ພວກເຈົ້າໄດ້ຕາຍແລ້ວ ແລະຊີວິດຂອງພວກເຈົ້າ ກໍຖືກເຊື່ອງຊ້ອນບັງໄວ້ດ້ວຍກັນກັບພຣະຄຣິດໃນພຣະເຈົ້າ.
ໃນເວລານັ້ນ ຊາດອິດສະຣາເອນບໍ່ໄດ້ມີຊ່າງຕີເຫລັກອີກແລ້ວ ເພາະຊາວຟີລິດສະຕິນຫ້າມບໍ່ໃຫ້ຊາວເຮັບເຣີຕີດາບແລະຫອກ.