2 ເບິ່ງດູ ສັດຕູຂອງພຣະອົງກຳລັງກໍ່ການຈາລະຈົນ ຄົນທີ່ກຽດຊັງພຣະອົງກຳລັງກໍ່ການກະບົດຂຶ້ນ.
ເຮົາໄດ້ຮັບຄຳລາຍງານກ່ຽວກັບຄວາມອວດອ້າງຂອງເຈົ້າ; ບັດນີ້ ເຮົາຈະເອົາຂໍເກາະດັງເຈົ້າ ແລະເອົາເຫຼັກງັບປາກເຈົ້າ ແລະຈະນຳເຈົ້າກັບຄືນເມືອທາງເສັ້ນເກົ່າ.”’
ຂ້າແດ່ພຣະເຈົ້າແຫ່ງຄຳສັນລະເສີນ ຂໍຢ່າເມີນເສີຍມິດງຽບໄປເລີຍ.
ຂໍຢ່າຊົງລືມສຽງໂຮຮ້ອງຢ່າງຮ້າຍກາດຂອງພວກສັດຕູຂອງພຣະອົງ ພວກເຂົາຮ້ອງຢ່າງລຽນຕິດຕໍ່ສູ້ພຣະອົງຢູ່.
ພວກສັດຕູຂອງພຣະອົງໄດ້ໂຮຮ້ອງຢ່າງມີໄຊໃນສະຖານທີ່ບໍຣິສຸດຂອງພຣອົງ. ພວກເຂົາໄດ້ປັກທຸງໄວ້ໃນທີ່ນັ້ນ ເພື່ອເປັນເຄື່ອງໝາຍແຫ່ງໄຊຊະນະ.
ຄົນທີ່ກຽດຊັງພຣະເຈົ້າຢາເວຈະຕ້ອງກົ້ມຂາບຕໍ່ໜ້າພຣະອົງຢ່າງໜ້າຊື່ໃຈຄົດ ແລະໂທດກຳຂອງພວກເຂົາຈະມີຢູ່ຕະຫລອດ.
ຂ້າແດ່ພຣະເຈົ້າຢາເວ ມະຫາສະໝຸດເລິກກໍສົ່ງສຽງ ກ້ອງສະໜັ່ນຫວັ່ນໄຫວ.
ຊົນຊາດຕ່າງໆທີ່ມີອຳນາດພາກັນອົນລະຫົນວຸ້ນວາຍ ຄ້າຍສຽງອຶກກະທຶກຂອງທ້ອງທະເລ ຄ້າຍສຽງຄື້ນອັນໃຫຍ່ໂຕມາກະທົບກັນ.
ເຈົ້າຄິດວ່າເຈົ້າເວົ້າໝິ່ນປະໝາດຜູ້ໃດ? ແລະໄດ້ປ້ອຍດ່າຜູ້ໃດ? ເຈົ້າໄດ້ຂື້ນສຽງຕໍ່ສູ້ຜູ້ໃດ? ແລະແຫງນຕາທີ່ໂອ້ອວດຂອງເຈົ້າຕໍ່ສູ້ພຣະເຈົ້າອົງບໍຣິສຸດແຫ່ງຊາດອິດສະຣາເອນ.
ເຮົາໄດ້ຮັບລາຍງານເຖິງຄວາມໂກດແຄ້ນ ແລະຄວາມຈອງຫອງຂອງເຈົ້າ; ບັດນີ້ ເຮົາຈະເອົາເບັດເກາະດັງເຈົ້າ, ຈະເອົາບັງຫຽນໃສ່ປາກເຈົ້າ ແລະພາກັບຄືນໄປທາງເກົ່າທີ່ເຈົ້າມາ.”
ເມື່ອປີລາດເຫັນວ່າບໍ່ມີຜົນຫຍັງ ມີແຕ່ການວຸ້ນວາຍກຳລັງເກີດຂຶ້ນ. ສະນັ້ນ ເພິ່ນຈຶ່ງເອົານໍ້າມາລ້າງມືຕໍ່ໜ້າປະຊາຊົນ ແລະເວົ້າວ່າ, “ຂ້າພະເຈົ້າບໍ່ຂໍຮັບຜິດຊອບໃດໆ ສຳລັບຄວາມຕາຍຂອງຊາຍຄົນນີ້ ແຕ່ແມ່ນພວກທ່ານເອງທີ່ຕ້ອງຮັບຜິດຊອບ.”
ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ. ສ່ວນພວກຜູ້ປົກຄອງໄດ້ຈີກເຄື່ອງນຸ່ງຂອງທ່ານທັງສອງ ແລະສັ່ງໃຫ້ຂ້ຽນພວກເພິ່ນດ້ວຍໄມ້ແສ້.
ແຕ່ພວກຢິວເກີດອິດສາ ຈຶ່ງຮ່ວມກຳລັງກັບກຸ່ມນັກເລງບາງຄົນຕາມຖະໜົນຫົນທາງ ໃຫ້ກໍ່ການວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ ພວກເຂົາສ້າງຄວາມປັ່ນປ່ວນຂຶ້ນໃນຕົວເມືອງ ແລະເຂົ້າບຸກລຸກເຮືອນຂອງຊາຍຄົນໜຶ່ງຊື່ວ່າ ຢາຊົນ ເພື່ອຄົ້ນຫາໂປໂລ ແລະ ຊີລາເພື່ອຈະນຳພວກເພິ່ນອອກມາໃຫ້ປະຊາຊົນ.
ແລ້ວຄົນທັງນະຄອນກໍເກີດອົນລະວົນ ແລະທຸກຄົນຕ່າງກໍແລ່ນໄປທຸກຈອກທຸກແຈ ກຸ່ມຄົນເຫຼົ່ານີ້ໄດ້ຈັບໂປໂລ ແລະລາກເພິ່ນອອກຈາກບໍລິເວນພຣະວິຫານ ແລະປະຕູພຣະວິຫານກໍອັດລົງໃນທັນທີ.
ປະຊາຊົນໄດ້ຟັງໂປໂລກ່າວ ຈົນເຖິງເວລາທີ່ເພິ່ນເວົ້າຄຳນີ້ ແລ້ວພວກເຂົາກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ຈັດການກັບຄົນນີ້ເສຍ ເອົາໄປຂ້າຖິ້ມ, ບໍ່ຄວນໃຫ້ມີຊີວິດຢູ່.”
ການໂຕ້ຖຽງກັນຮຸນແຮງຍິ່ງຂຶ້ນ ຈົນນາຍພັນຢ້ານວ່າ ໂປໂລອາດຈະຖືກເຂົາຍາດຈັບຈີກເປັນຕ່ອນໆກໍໄດ້. ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປໃນທ່າມກາງພວກເຂົາ ແລະພາໂປໂລເຂົ້າໄປໃນຄ້າຍ.
ສະນັ້ນ ຊາວມີດີອານຈຶ່ງພ່າຍແພ້ ແລະບໍ່ເປັນໄພຄຸກຄາມຊາວອິດສະຣາເອນຕໍ່ໄປ. ໃນເວລາທີ່ກີເດໂອນຍັງມີຊີວິດຢູ່ນັ້ນ ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບສຸກເປັນເວລາສີ່ສິບປີ.