8 ຂ້າແດ່ພຣະເຈົ້າ ຂໍຈົ່ງສະເດັດມາປົກຄອງໂລກນີ້ ເພາະຊົນຊາດທັງໝົດເປັນຂອງພຣະອົງ.
ພຣະອົງຈະລຸກຂຶ້ນມາດຳເນີນການ ແລະຈະສົງສານພູເຂົາຊີໂອນດ້ວຍ. ເວລາແຫ່ງພຣະເມດຕາໄດ້ມາສູ່ເມືອງນີ້ແລ້ວ ເວລາທີ່ກຳນົດໄວ້ກໍມາຮອດມາເຖິງແລ້ວ.
ພຣະເຈົ້າຢາເວກ່າວໂຕ້ຕອບອອກໄປວ່າ, “ບັດນີ້ ເຮົາຈະລຸກຂຶ້ນຍ້ອນຄົນຂັດສົນຖືກກົດຂີ່ ຄົນຖືກຂົ່ມເຫັງກໍຄວນຄາງຢ່າງເຈັບປວດໜັກ ເຮົາຈະໃຫ້ພວກເຂົາປອດໄພຢ່າງຖາວອນຕາມທີ່ພວກເຂົາປາຖະໜາ.”
ຈົ່ງຂໍມາເຖີດ ເຮົາຈະໃຫ້ຊົນຊາດທັງໝົດ; ແຜ່ນດິນໂລກທັງປວງເປັນກຳມະສິດຂອງເຈົ້າ.
ທຸກຊົນຊາດເປັນຂອງພຣະເຈົ້າຢາເວ ພຣະອົງປົກຄອງເໜືອຊົນຊາດທັງຫລາຍ.
ໂຜດເຂົ້າມາຊ່ວຍຊູແດ່ ເພາະຄວາມຮັກອັນໝັ້ນຄົງຂອງພຣະອົງ ໂຜດມາຊ່ວຍກອບກູ້ເອົາພວກຂ້ານ້ອຍແດ່ທ້ອນ.
ຂ້າແດ່ພຣະເຈົ້າຢາເວ ຈົ່ງລຸກຂຶ້ນເຖີດ ຢືນຕໍ່ສູ້ສັດຕູຜູ້ທີ່ກິ້ວໂກດຂ້ານ້ອຍດ້ວຍ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດລຸກຂຶ້ນຊ່ວຍຂ້ານ້ອຍແດ່ ເພາະຄວາມຍຸດຕິທຳຄືສິ່ງທີ່ພຣະອົງຕ້ອງການ.
ຄວາມໂກດຮ້າຍຂອງມະນຸດກໍເປັນພຽງແຕ່ ການຍ້ອງຍໍສັນລະເສີນພຣະອົງເທົ່ານັ້ນ. ຜູ້ທີ່ລອດຊີວິດຈາກການເສິກຈະສະຫລອງ ໄຊຊະນະຂອງພຣະເຈົ້າຢາເວ.
ພຣະອົງເປັນຜູ້ຕັດສິນມະນຸດທຸກໆຄົນ ໂຜດລຸກຂຶ້ນລົງໂທດຄົນຈອງຫອງຕາມທີ່ເຂົາສົມຄວນໄດ້ຮັບ.
ເມື່ອພຣະເຈົ້າຢາເວມາປົກຄອງຄົນໂລກນີ້ ພຣະອົງຈະປົງຄອງຢ່າງສັດຊື່ແລະເປັນທຳ ແລະຈະຕັດສິນປະຊາຊົນທັງຫລາຍດ້ວຍຄວາມຈິງຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຈົ່ງຕື່ນຂຶ້ນຊ່ວຍເຫຼືອພວກຂ້ານ້ອຍແດ່ ຈົ່ງໃຊ້ຣິດທານຸພາບຊ່ວຍຊູແດ່ທ້ອນ ດັ່ງທີ່ພຣະອົງໄດ້ເຮັດໃນສະໄໝບູຮານ ພຣະອົງໄດ້ຕັດຣາຮາບ ໃນທະເລຂາດເປັນຕ່ອນໆ.
ຢູ່ໃນດິນແດນບໍ່ມີຄົນສຸດຈະຣິດເຫຼືອຢູ່ເລີຍ ບໍ່ມີຈັກຄົນດຽວ ທີ່ສັດຊື່ຕໍ່ພຣະເຈົ້າ. ທຸກຄົນຕ່າງກໍຫາໂອກາດ ເພື່ອຂ້າຟັນລັນແທງຊຶ່ງກັນແລະກັນ ທຸກຄົນຕ່າງກໍຕາມລ່າພີ່ນ້ອງຮ່ວມຊາດຂອງຕົນເອງ.
ແຕ່ຂ້າພະເຈົ້າຈະເຝົ້າຄອງຄອຍຫາພຣະເຈົ້າຢາເວ; ຂ້າພະເຈົ້າຈະລໍຖ້າພຣະເຈົ້າ ຜູ້ຈະຊ່ວຍຂ້າພະເຈົ້າໃຫ້ພົ້ນ ດ້ວຍຄວາມເຊື່ອໝັ້ນຕາຍໃຈ. ພຣະເຈົ້າຂອງຂ້າພະເຈົ້າຈະຟັງຂ້າພະເຈົ້າ.
ພຣະເຈົ້າຢາເວກ່າວວ່າ, “ຄອຍຖ້າເບິ່ງ ຄອຍຖ້າວັນທີ່ເຮົາລຸກຂຶ້ນກ່າວໂທດຊົນຊາດທັງຫລາຍ. ເຮົາໄດ້ຕັດສິນໃຈເຕົ້າໂຮມບັນດາຊົນຊາດ ແລະອານາຈັກທັງຫລາຍແລ້ວ ເພື່ອໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ທົ່ວແຜ່ນດິນໂລກຈະຖືກໄຟແຫ່ງຄວາມກີ້ວໂກດຂອງເຮົາທຳລາຍ.
ເມື່ອເທວະດາຕົນທີເຈັດໄດ້ເປົ່າແກຂອງຕົນແລ້ວ ກໍມີຫຼາຍສຽງດັງຈາກສະຫວັນ ກ່າວວ່າ, “ຣາຊອານາຈັກໂລກນີ້ ເປັນກຳມະສິດຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະຂອງພຣະຄຣິດຂອງພຣະອົງ ແລະພຣະອົງຈະປົກຄອງຕະຫລອດຊົ່ວນິຣັນດອນ.”