7 ແຕ່ພວກເຈົ້າພັດເປັນດັ່ງມະນຸດທຳມະດາ ແລະຈະສິ້ນຊີວາລົງດັ່ງເຈົ້າຊາຍຄົນໜຶ່ງ.”
ເມື່ອຖືກຫາມໄປສູ່ຫລຸມບ່ອນພວກເຂົາຖືກຝັງ ກໍຍັງມີຄົນຢືນຄອຍອ້ອມເຝົ້າຂຸມຝັງສົບໄວ້
ຄວາມຍິ່ງໃຫຍ່ຂອງມະນຸດນັ້ນບໍ່ອາດຊ່ວຍຕົນໃຫ້ພົ້ນຕາຍ ລາວຈະຕ້ອງຕາຍໄປດັ່ງໂຕສັດຕ່າງໆ.
ຈົ່ງເຮັດຕໍ່ພວກຜູ້ນຳພວກເຂົາ ເໝືອນດັ່ງເຮັດຕໍ່ໂອເຣັບແລະເຊເອັບ ຕໍ່ບັນດາຜູ້ປົກຄອງດັ່ງເຊບາແລະຊັນມຸນນາດ້ວຍ.
ເມື່ອພວກເຂົາມາສັງຫານເຈົ້ານັ້ນ ເຈົ້າຍັງຈະອ້າງເຈົ້າເອງວ່າ, ເຈົ້າເປັນພຣະຕົນໜຶ່ງຢູ່ບໍ? ເມື່ອປະເຊີນໜ້າກັບຜູ້ມາສັງຫານເຈົ້ານັ້ນ ເຈົ້າຈະເປັນມະນຸດແລະບໍ່ແມ່ນພຣະຫຍັງເລີຍ.
ເພາະສະນັ້ນ ແຕ່ນີ້ໄປຈະບໍ່ມີຕົ້ນໄມ້ໃດໆ ບໍ່ວ່າຈະມີນໍ້າລໍ່ລ້ຽງດີປານໃດກໍຕາມ ມີຍອດຢຽດສູງຈົນຈຸເມກ ຫລືຈະໃຫຍ່ ແລະສູງຂຶ້ນເຊັ່ນນີ້ອີກ. ພວກມັນທັງໝົດຈະຕາຍເພາະເຄາະກຳຢ່າງມະນຸດທຳມະດາ ຄືໄດ້ຮັບເຄາະກຳເພື່ອຈະລົງໄປຮ່ວມກັບພວກທີ່ຢູ່ແດນມໍຣະນາ.