Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 82:5 - ພຣະຄຳພີສັກສິ

5 ພວກເຈົ້າ​ໂງ່ຈ້າ ແລະ​ບໍ່​ຮູ້ຈັກ​ຫຍັງ ທັງ​ຍ່າງ​ໄປມາ​ໃນ​ຄວາມມືດ ແລະ​ຄວາມ​ຍຸດຕິທຳ​ໄດ້​ສູນເສຍ​ໄປ​ຈາກ​ໂລກນີ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 82:5
19 Jak'a apnaqawi uñst'ayäwi  

ຊີວິດ​ພວກເຮົາ​ສັ້ນ ພວກເຮົາ​ບໍ່​ຮູ້ຈັກ​ຫຍັງເລີຍ ເໝືອນ​ດັ່ງ​ເງົາ​ຜ່ານ​ກາຍໄປ​ເທິງ​ແຜ່ນດິນ​ໂລກ.


ເມື່ອ​ຮາກຖານ​ໄດ້​ຖືກ​ທຳລາຍ​ລົງ​ແລ້ວ ຄົນດີ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?”


ພຣະເຈົ້າຢາເວ​ຖາມ​ວ່າ, “ພວກເຂົາ​ບໍ່ມີ​ປັນຍາ​ຫລືນີ້? ຄົນຊົ່ວຊ້າ​ເຫຼົ່ານີ້​ໂງ່ຈ້າ​ກັນ​ໝົດ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ເພື່ອ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ເຮົາ​ຈັກເທື່ອ.”


“ພວກເຂົາ​ບໍ່ມີ​ປັນຍາ​ບໍ? ຄົນຊົ່ວ​ເຫຼົ່ານີ້​ເປັນ​ຄົນໂງ່ຈ້າ​ກັນ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ໂດຍ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ກໍ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຈັກເທື່ອ.”


ເຖິງ​ແມ່ນ​ວ່າ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ນັ້ນ ສັ່ນ​ສະທ້ານ​ຢ້ານກົວ​ກໍຕາມ ແຜ່ນດິນ​ໂລກ​ຄອນແຄນ​ກໍຕາມ ແຕ່​ເຮົາ​ຈະ​ຮັກສາ​ພື້ນຖານ​ມັນ​ໃຫ້​ໝັ້ນຄົງ​ຢູ່.


ພຣະເຈົ້າຢາເວ​ເປັນ​ເຈົ້າກະສັດ ແລະ​ມະນຸດ​ກໍ​ສະທ້ານ​ຢ້ານກົວ. ພຣະອົງ​ນັ່ງ​ເທິງ​ບັນລັງ​ເໜືອ​ເຄຣຸບ ແລະ​ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ.


ເພາະ​ເຈົ້າ​ກຽດຊັງ​ຄວາມຮູ້ ແລະ​ປະຕິເສດ​ທີ່​ຈະ​ຢ້ານຢຳ​ພຣະເຈົ້າຢາເວ.


ຄົນ​ທີ່​ໄດ້​ປະຖິ້ມ​ຊີວິດ​ອັນ​ຊອບທຳ ແລະ​ໄປ​ດຳເນີນ​ຊີວິດ​ໃນ​ຄວາມ​ມືດມົນ​ແຫ່ງ​ບາບ,


ສ່ວນ​ທາງ​ຂອງ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ມືດມິດ​ດັ່ງ​ກາງຄືນ. ພວກເຂົາ​ລົ້ມລົງ​ແຕ່​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ສະດຸດ​ລົ້ມ​ນັ້ນ​ໄດ້.


ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.


ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ


ຈົ່ງ​ຟັງ​ເດີ ບັນດາ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ຄວນ​ຈະ​ຫ່ວງໃຍ​ເຖິງ​ຄວາມ​ຍຸດຕິທຳ


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ການ​ຕັດສິນ​ລົງໂທດ​ເປັນ​ດັ່ງນີ້: ຄື​ວ່າ ຄວາມ​ສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະນຸດ​ໄດ້​ຮັກ​ຄວາມມືດ​ຫລາຍກວ່າ​ຮັກ​ຄວາມ​ສະຫວ່າງ ເພາະ​ການ​ກະທຳ​ຂອງ​ພວກເຂົາ​ຊົ່ວ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka