4 ຈົ່ງຊ່ວຍກູ້ເອົາຄົນອ່ອນແຮງແລະຄົນຍາກຈົນໃຫ້ພົ້ນ ຈາກອຳນາດຂອງບັນດາຄົນຊົ່ວຮ້າຍ.
ເມື່ອຄົນທຸກຮ້ອງໃຫ້ຊ່ວຍ ຂ້ອຍກໍຊ່ວຍເຫລືອພວກເຂົາ ຂ້ອຍໄດ້ຊ່ວຍເຫລືອຜູ້ຂາດທີ່ເພິ່ງຄືລູກກຳພ້າ.
ຂ້ານ້ອຍຮູ້ວ່າພຣະເຈົ້າຢາເວປ້ອງກັນຄົນທຸກຈົນ ແລະສິດທິຂອງຄົນຂັດສົນດ້ວຍ.
“ເຮົາຄືພຣະເຈົ້າຢາເວສັ່ງພວກເຈົ້າໃຫ້ເຮັດສິ່ງທີ່ຖືກຕ້ອງແລະທ່ຽງທຳ. ຈົ່ງປົກປ້ອງຜູ້ທີ່ຖືກຄົນສໍ້ໂກງຕົວະຍົວະ. ຢ່າກົດຂີ່ ຫລືຂົ່ມເຫັງຄົນຕ່າງດ້າວ, ເດັກກຳພ້າ ຫລືແມ່ໝ້າຍ ແລະຢ່າຂ້າຄົນທີ່ບໍ່ມີຄວາມຜິດໃນບ່ອນນີ້.