3 ຈົ່ງປ້ອງກັນສິດທິຄົນທຸກຈົນແລະລູກກຳພ້າທັງຫລາຍ ຈົ່ງສຸພາບແກ່ຄົນຂັດສົນແລະຂາດທີ່ເພິ່ງ.
ເມື່ອຄົນທຸກຮ້ອງໃຫ້ຊ່ວຍ ຂ້ອຍກໍຊ່ວຍເຫລືອພວກເຂົາ ຂ້ອຍໄດ້ຊ່ວຍເຫລືອຜູ້ຂາດທີ່ເພິ່ງຄືລູກກຳພ້າ.
ຖ້າຂ້ອຍຍົກແຂນຂຶ້ນຕໍ່ສູ້ເດັກກຳພ້າຜູ້ໜຶ່ງ ເພາະເຫັນວ່າຂ້ອຍມີກຳລັງເອົາຊະນະພວກເຂົາໄດ້
ພຣະອົງຊົງຟັງສຽງຮ້ອງໄຫ້ຂອງຜູ້ທີ່ຖືກຂົ່ມເຫັງ ແລະສຽງຂອງລູກກຳພ້າ ແລະຕັດສິນເຂົ້າຂ້າງເຂົາເຈົ້າ ເພື່ອວ່າມະນຸດທີ່ຕາຍເປັນຈະບໍ່ໄດ້ຈອງຫອງ ສ້າງຄວາມຕົກໃຈກົວໃຫ້ພວກເຂົາຕໍ່ໄປອີກ.
ຢ່າເຂົ້າຂ້າງຄະດີຂອງຄົນໃດ ແມ່ນແຕ່ຄົນຍາກຈົນກໍຕາມ.
ຈົ່ງໃຫ້ຄວາມຍຸດຕິທຳແກ່ຄົນຍາກຈົນ ເມື່ອມີການສືບສວນໃນສານ.
ຈົ່ງເວົ້າແທນພວກເຂົາແລະເປັນຜູ້ຕັດສິນຢ່າງຊອບທຳ ຈົ່ງຄຸ້ມຄອງສິດທິຂອງຄົນທຸກຈົນແລະຄົນຂັດສົນ.”
ແລະຈົ່ງຮຽນເຮັດໃນສິ່ງທີ່ຖືກຕ້ອງ. ຈົ່ງສະແຫວງຫາຄວາມຍຸດຕິທຳເຊັ່ນ: ຊ່ວຍຜູ້ທີ່ຖືກຂົ່ມເຫັງ, ໃຫ້ສິດທິແກ່ບັນດາເດັກກຳພ້າ ແລະຄຸ້ມຄອງພວກແມ່ໝ້າຍ.”
ບັນດາຜູ້ນຳຂອງພວກເຈົ້າເປັນກະບົດ ແລະເປັນເພື່ອນຂອງບັນດານັກປຸ້ນ; ພວກເຂົາຮັບເອົາຂອງຂວັນແລະສິນຈ້າງລາງວັນເປັນປະຈຳ. ພວກເຂົາບໍ່ເຄີຍເວົ້າຕາງເດັກກຳພ້າໃນສານ ຫລືຟັງຄຳໃຫ້ການຂອງແມ່ໝ້າຍ ເມື່ອພວກເຂົາມີຄະດີ.
ເພິ່ນຕັດສິນຄະດີຄົນທຸກຈົນຢ່າງທ່ຽງທຳດີ ແລະກໍຢູ່ເຢັນເປັນສຸກຕະຫລອດມາເລື້ອຍໆ. ຜູ້ທີ່ເປັນເຊັ່ນນີ້ໝາຍຄວາມວ່າຮູ້ຈັກເຮົາຢ່າງແທ້ຈິງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
“ເຮົາຄືພຣະເຈົ້າຢາເວສັ່ງພວກເຈົ້າໃຫ້ເຮັດສິ່ງທີ່ຖືກຕ້ອງແລະທ່ຽງທຳ. ຈົ່ງປົກປ້ອງຜູ້ທີ່ຖືກຄົນສໍ້ໂກງຕົວະຍົວະ. ຢ່າກົດຂີ່ ຫລືຂົ່ມເຫັງຄົນຕ່າງດ້າວ, ເດັກກຳພ້າ ຫລືແມ່ໝ້າຍ ແລະຢ່າຂ້າຄົນທີ່ບໍ່ມີຄວາມຜິດໃນບ່ອນນີ້.
ຈຶ່ງຕຸ້ຍພີແລະມີອາຫານກິນຢ່າງອຸດົມສົມບູນ. ການເຮັດຊົ່ວຂອງພວກເຂົາບໍ່ມີຂອບເຂດ. ພວກເຂົາບໍ່ຍອມໃຫ້ລູກກຳພ້າມີສິດທິ ຫລືບໍ່ຍອມໃຫ້ຄວາມຍຸດຕິທຳແກ່ຜູ້ທີ່ຖືກກົດຂີ່.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດົນນານມາແລ້ວ ເຮົາໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ປະຊາຊົນຂອງເຮົາ ດັ່ງນີ້: ‘ພວກເຈົ້າຕ້ອງໃຫ້ຄວາມຍຸດຕິທຳເກີດມີຂຶ້ນ ແລະຕ້ອງສະແດງຄວາມເມດຕາປານີຕໍ່ກັນແລະກັນ.
ພຣະອົງໃຫ້ສິດລູກກຳພ້າແລະພວກແມ່ໝ້າຍໄດ້ຮັບຄວາມເປັນທຳ; ພຣະອົງຮັກຊາວຕ່າງດ້າວທີ່ອາໄສຢູ່ນຳພວກເຮົາ ໂດຍໃຫ້ອາຫານແລະເຄື່ອງນຸ່ງຫົ່ມແກ່ພວກເຂົາ.
ຢ່າຕັດສິດທິຂອງຄົນຕ່າງດ້າວແລະລູກກຳພ້າ ແລະຢ່າເອົາເສື້ອຜ້າຂອງແມ່ໝ້າຍໄວ້ເປັນເຄື່ອງຄໍ້າປະກັນ.
ທຳມະທີ່ບໍຣິສຸດ ແລະບໍ່ມີການຊົ່ວມົວໝອງ ຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າແລະຍິງໝ້າຍ ທີ່ມີຄວາມທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພອຍຂອງໂລກ.