Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 82:1 - ພຣະຄຳພີສັກສິ

1 ພຣະເຈົ້າ​ຊົງ​ປົກຄອງ ໃນ​ສະພາ​ແຫ່ງ​ສະຫວັນ​ນັ້ນ ພຣະອົງ​ພິພາກສາ​ໃນ​ທ່າມກາງ​ບັນດາ​ພະ​ທັງຫຼາຍ​ວ່າ,

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 82:1
12 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຕໍ່ໜ້າ​ບັນດາ​ພະ​ທັງຫຼາຍ.


ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ກ່າວ​ຈາ ພຣະອົງ​ເອີ້ນ​ເອົາ​ຄົນ​ທົ່ວ​ທັງ​ໂລກາ​ຈາກ​ທິດ​ຕາເວັນອອກ ເຖິງ​ທິດ​ຕາເວັນຕົກ.


ປະຊາຊົນ​ຈະ​ເວົ້າ​ວ່າ, “ຄົນ​ຊອບທຳ​ຈະ​ໄດ້​ບຳເໜັດ ແມ່ນແທ້​ມີ​ພຣະເຈົ້າ​ເປັນ​ຜູ້ຕັດສິນ​ໂລກນີ້.”


ບໍ່ເລີຍ ທ່ານ​ຄິດເຖິງ​ແຕ່​ການ​ຊົ່ວຮ້າຍ​ທີ່​ທ່ານ​ເຮັດ ໄດ້​ສ້າງ​ການ​ທາລຸນ​ຮຸນແຮງ​ຢູ່​ແຜ່ນດິນ​ໂລກ​ດ້ວຍ.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”


ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.


ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.


ພຣະເຈົ້າຢາເວ​ພ້ອມແລ້ວ​ທີ່​ຈະ​ກ່າວ​ຄະດີ​ຂອງ​ພຣະອົງ; ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ຖ້າ​ພຣະອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ວ່າ​ເປັນ​ພຣະ ພຣະຄຳພີ​ນັ້ນ​ຈະ​ຖືກ​ລຶບລ້າງ​ເສຍ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka