Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 81:9 - ພຣະຄຳພີສັກສິ

9 ໃນ​ເຮືອນ​ຂອງ​ພວກເຈົ້າ ຢ່າ​ໃຫ້​ມີ​ພະອື່ນ​ໃດ ຢ່າ​ໄດ້​ຂາບໄຫວ້​ມັນ​ເດັດຂາດ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 81:9
12 Jak'a apnaqawi uñst'ayäwi  

ແລະ​ມີກາອີຢາ​ໄດ້ກ່າວ​ວ່າ, “ສະນັ້ນ ຂໍ​ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເຖີດ ຂ້ານ້ອຍ​ໄດ້​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ພຣະ​ບັນລັງ​ຂອງ​ພຣະອົງ​ໃນ​ສະຫວັນ ແລະ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ອ້ອມ​ຂ້າງ​ພຣະອົງ.


ຖ້າ​ພວກ​ຂ້ານ້ອຍ​ໄດ້​ລືມ​ພຣະນາມ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ໄດ້​ພາວັນນາ​ອະທິຖານ​ຫາ​ພະ​ຂອງ​ຄົນຕ່າງຊາດ


“ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ຈົ່ງ​ຫງ່ຽງຫູ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ກ່າວ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ບອກ.


ເຮົາ​ກ່າວ​ລ່ວງໜ້າ​ສິ່ງ​ທີ່​ຕ້ອງ​ເກີດຂຶ້ນ​ມາ ແຕ່​ແລ້ວ​ເຮົາ​ກໍໄດ້​ມາ​ຊ່ວຍເຫລືອ​ພວກເຈົ້າ​ໄວ້. ບັນດາ​ພະ​ຕ່າງຊາດ​ບໍ່ເຄີຍ​ເຮັດ​ຢ່າງນີ້​ເລີຍ ພວກເຈົ້າ​ເປັນ​ພະຍານ​ໃຫ້​ເຮົາ​ໄດ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.


ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.


ພຣະເຈົ້າຢາເວ​ເທົ່ານັ້ນ ນຳພາ​ປະຊາຊົນ​ຂອງຕົນ ປາສະຈາກ​ຄວາມ​ຊ່ວຍເຫລືອ ຂອງ​ບັນດາ​ພະ​ຕ່າງຊາດ.


ຢ່າ​ຂາບໄຫວ້​ບັນດາ​ພະອື່ນໆ ຫລື​ພະ​ໃດໆ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka