Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 81:8 - ພຣະຄຳພີສັກສິ

8 ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳ​ເຕືອນ​ຂອງເຮົາ ຊາວ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຟັງ​ເຮົາ​ເວົ້າ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 81:8
14 Jak'a apnaqawi uñst'ayäwi  

“ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.


ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຍອມ​ເຊື່ອຟັງ​ເຮົາ ຄື​ຢາກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ເຮົາ​ເວົ້າ


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ສະນັ້ນ ບ່ອນ​ນີ້​ຈຶ່ງ​ໄດ້​ໃສ່​ຊື່​ວ່າ ມັດສາ​ແລະ​ເມຣີບາ ເພາະວ່າ​ຊາວ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ທັງ​ທົດລອງ​ພຣະເຈົ້າຢາເວ ເມື່ອ​ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ພວກເຮົາ​ຫລື​ບໍ່?”


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.


ເຫດການ​ນີ້​ໄດ້​ເກີດຂຶ້ນ​ທີ່​ເມຣີບາ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ບ່ອນ​ທີ່​ພຣະອົງ​ໄດ້​ສຳແດງ​ໃຫ້​ພວກເຂົາ​ເຫັນ​ວ່າ ພຣະອົງ​ຊົງ​ບໍຣິສຸດ.


ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແຕ່​ພວກເຈົ້າ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພວກເຮົາ.


ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເຮັດ​ຕາມ​ຂໍ້ຄຳສັ່ງ​ເຫຼົ່ານີ້​ທັງໝົດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ສັ່ງສອນ​ລູກຫລານ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດ​ຕາມ​ຄຳສັ່ງສອນ​ທັງໝົດ​ຂອງ​ພຣະເຈົ້າ​ຢ່າງ​ຕັ້ງໜ້າ.


ໂມເຊ​ເອີຍ ຈົ່ງ​ກັບຄືນ​ໄປ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ສາ. ແລ້ວ​ໃຫ້​ທ່ານ​ກັບ​ມາ​ບອກ​ພວກເຮົາ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ແກ່​ທ່ານ. ພວກເຮົາ​ຈະ​ເຊື່ອຟັງ ແລະ​ປະຕິບັດ​ຕາມ.’


ຖ້າ​ເຮົາ​ທັງຫລາຍ​ຮັບ​ພະຍານ​ຫຼັກຖານ​ຂອງ​ມະນຸດ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ​ກໍ​ໃຫຍ່​ກວ່າ, ເພາະວ່າ​ນີ້​ແຫຼະ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ ຄື​ພຣະອົງ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka