7 ເມື່ອມີຄວາມເດືອດຮ້ອນພວກເຈົ້າໄດ້ເອີ້ນຫາເຮົາ ເຮົາກໍໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ໄດ້ພົ້ນ. ຈາກທີ່ລັບລີ້ມີລົມພະຍຸ ເຮົາໄດ້ຕອບພວກເຈົ້າ ທີ່ແມ່ນໍ້າເມຣີບາ ເຮົາໄດ້ທົດລອງພວກເຈົ້າ.
ເມື່ອເຈົ້າຖືກເດືອດຮ້ອນ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ແລະເຈົ້າກໍຈະຍ້ອງຍໍສັນລະເສີນເຮົາ.”
ເມື່ອຊາວອິດສະຣາເອນໄດ້ເຫັນກະສັດຟາໂຣກັບທະຫານຂອງເພິ່ນໄລ່ຕິດຕາມມາ; ພວກເຂົາຕ່າງກໍແຕກຕື່ນຕົກໃຈຢ່າງໜັກ ທັງຢ້ານທັງຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ.
ຕອນໃກ້ຮຸ່ງເຊົ້າ ພຣະເຈົ້າຢາເວໄດ້ສັງເກດເບິ່ງກອງທັບເອຢິບຈາກເສົາເມກ ແລະເສົາໄຟ. ສະນັ້ນ ພຣະອົງຈຶ່ງບັນດານໃຫ້ເກີດອົນລາຫົນຂຶ້ນໃນເຫຼົ່າທະຫານ.
ສຽງແກໄດ້ດັງແຮງແລະແຮງຂຶ້ນ. ເມື່ອໂມເຊກ່າວອອກໄປ ພຣະເຈົ້າກໍຕອບເພິ່ນມາດ້ວຍສຽງຟ້າຮ້ອງ.
ຕໍ່ມາອີກຫລາຍປີ ກະສັດຟາໂຣແຫ່ງປະເທດເອຢິບກໍໄດ້ຕາຍໄປ, ແຕ່ເພາະຊາວອິດສະຣາເອນຍັງຕົກເປັນທາດຮັບໃຊ້ຢູ່ ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງແລະຮ້ອງຫາຜູ້ຊ່ວຍເຫລືອ. ສຽງຂໍຮ້ອງຂອງພວກເຂົາໄດ້ດັງຂຶ້ນໄປເຖິງພຣະເຈົ້າ.
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ສະນັ້ນ ຈົ່ງບອກຊາວອິດສະຣາເອນດັ່ງນີ້ວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດອັນແກ່ກ້າຂອງເຮົາ ລົງໂທດພວກເຂົາຢ່າງຮຸນແຮງ ແລະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ກ່າວຕໍ່ໄປອີກວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ທີ່ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ.’
ເຫດການນີ້ໄດ້ເກີດຂຶ້ນທີ່ເມຣີບາ ບ່ອນທີ່ປະຊາຊົນອິດສະຣາເອນໄດ້ຈົ່ມຮ້າຍໃສ່ພຣະເຈົ້າຢາເວ ແລະບ່ອນທີ່ພຣະອົງໄດ້ສຳແດງໃຫ້ພວກເຂົາເຫັນວ່າ ພຣະອົງຊົງບໍຣິສຸດ.
“ອາໂຣນຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ຊາວອິດສະຣາເອນ; ລາວຈະຕາຍ ເພາະພວກເຈົ້າທັງສອງໄດ້ກະບົດຕໍ່ຄຳສັ່ງຂອງເຮົາທີ່ເມຣີບາ.
ເພິ່ນໄດ້ເວົ້າເຖິງເຜົ່າເລວີວ່າ, “ໂດຍອຸຣິມແລະທຸມມິມ ຂອງພຣະອົງນັ້ນ ໂຜດເປີດເຜີຍພຣະປະສົງຜ່ານ ໂດຍທາງພວກຜູ້ຮັບໃຊ້ຂອງພຣະອົງ ຄືຊາວເລວີຜູ້ຮັບໃຊ້ທີ່ສັດຊື່; ພຣະອົງໄດ້ທົດສອບເບິ່ງພວກເຂົາເຈົ້າທີ່ມັດສາ ໄດ້ພິສູດເບິ່ງພວກເຂົາວ່າແທ້ຈິງ ທີ່ບໍ່ນໍ້າເມຣີບານັ້ນ.
‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາເອົາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດຮັບໃຊ້.