Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 81:6 - ພຣະຄຳພີສັກສິ

6 “ເຮົາ​ໄດ້​ເອົາ​ພາລະໜັກ​ອອກ​ຈາກ​ບ່າ​ພວກເຈົ້າ ເຮົາ​ໄດ້​ໃຫ້​ພວກເຈົ້າ​ວາງ​ຫາບ​ດິນຈີ່​ລົງ​ແລ້ວ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 81:6
9 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ຊ່າງ​ປັ້ນໝໍ້​ຮັບໃຊ້​ກະສັດ ແລະ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເນຕາອີມ​ແລະ​ເກເດຣາ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ອອກ ມາ​ຈາກ​ເອຢິບ ເມື່ອ​ເຊື້ອສາຍ​ຢາໂຄບ ອອກ​ໜີ​ຈາກ​ດິນແດນ​ຄົນຕ່າງຊາດ.


ທີ່ນີ້​ເປັນ​ບ່ອນ​ບັນດາ​ເຜົ່າ​ຂອງ​ພຣະເຈົ້າຢາເວ ມາ​ຖວາຍ​ຂອບພຣະຄຸນ​ແດ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກຳນົດ​ໄວ້​ແກ່​ຊາດ​ອິດສະຣາເອນ.


(ເປັນຫຍັງ​ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄອກ​ແກະ​ມື້​ທີ່​ສູ້ຮົບ​ນັ້ນ?) ເຖິງ​ປານ​ນັ້ນ​ເໝືອນ​ດັ່ງ​ນົກ​ກາງແກ​ໃຊ້​ເງິນ​ເຄືອບ​ປີກ ແລະ​ຂົນ​ຂອງ​ມັນ​ເຄືອບ​ດ້ວຍ​ຄຳສົດ.


ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”


ເພາະ​ພຣະອົງ​ໄດ້​ຫັກ​ແອກ​ທີ່​ເປັນ​ພາລະໜັກ ແລະ​ຫັກ​ໄມ້ແສ້​ທີ່​ໃຊ້​ຕີ​ບ່າ​ພວກເຂົາ​ນັ້ນ. ພຣະອົງ​ໄດ້​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ທີ່​ໄດ້​ກົດຂີ່​ຫາ​ປະໂຫຍດ​ນຳ​ຄົນ​ຂອງ​ພຣະເຈົ້າ ດັ່ງ​ພຣະອົງ​ໄດ້​ເອົາ​ຊະນະ​ແຕ່​ດົນນານ​ຜ່ານມາ ຄື​ກອງທັບ​ມີດີອານ​ແຕ່​ດົນນານ​ມາ​ແລ້ວ.


ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka