ເພງ^ສັນລະເສີນ 81:3 - ພຣະຄຳພີສັກສິ3 ຈົ່ງເປົ່າແກເປັນການສະຫລອງເທດສະການ ເມື່ອຮອດວັນເດືອນອອກໃໝ່ແລະດວງຈັນເຕັມດວງ. Uka jalj uñjjattʼäta |
ກະສັດດາວິດແລະບັນດາຜູ້ນຳຂອງຊາວເລວີໄດ້ເລືອກຫົວໜ້າຕະກຸນ ເພື່ອໃຫ້ນຳການນະມັດສະການ ມີດັ່ງນີ້: ອາສັບ, ເຮມານ ແລະເຢດູທູນ. ພວກເຂົາປະກາດຖ້ອຍຄຳຂອງພຣະເຈົ້າ ປະສົມປະສານກັບການບັນເລງພິນ ແລະຕົບແສ່ງ. ລາຍຊື່ຂອງບຸກຄົນທີ່ໄດ້ຖືກຄັດເລືອກໃຫ້ນຳການນະມັດສະການ ພ້ອມກັບໜ້າທີ່ຂອງແຕ່ລະກຸ່ມທີ່ຕົນສັງກັດຢູ່ມີດັ່ງນີ້:
ຂ້າພະເຈົ້າຈະສ້າງວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນຈະເປັນບ່ອນສັກສິດ ຊຶ່ງປະຊາຊົນຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄືບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກໆເຊົ້າ ແລະທຸກໆແລງຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະວັນສັກສິດອື່ນໆ ເປັນການຍ້ອງຍໍຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ຕະຫລອດໄປ.
ເບິ່ງດູ ຜູ້ສົ່ງຂ່າວກຳລັງນຳຂ່າວດີຂ້າມພູເຂົາທັງຫລາຍມາ ພວກເຂົາກຳລັງເດີນທາງມາ ເພື່ອປະກາດສັນຕິສຸກ ປະຊາຊົນຢູດາເອີຍ ຈົ່ງສະເຫລີມສະຫລອງເທດສະການຕ່າງໆຂອງພວກເຈົ້າສາ ແລະຈົ່ງຖວາຍສິ່ງທີ່ພວກເຈົ້າໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າ. ຄົນຊົ່ວຮ້າຍຈະບໍ່ບຸກລຸກດິນແດນຂອງພວກເຈົ້າອີກຈັກເທື່ອ. ພວກເຂົາໄດ້ຖືກທຳລາຍຢ່າງໝົດກ້ຽງສາແລ້ວ.
ພວກເຈົ້າຕ້ອງຖວາຍງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ແກະ ຫລືແບ້ໂຕໜຶ່ງແກ່ພຣະເຈົ້າຢາເວກໍໄດ້ ຕາມພິທີເຜົາສັດທັງໂຕຖວາຍບູຊາດ້ວຍໄຟ ຫລືຖວາຍບູຊາອັນເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ ຫລືຖວາຍບູຊາຕາມໃຈສະໝັກ ຫລືຖວາຍບູຊາໃນວັນສະຫລອງເທດສະການຕ່າງໆຕາມປົກກະຕິ ກິ່ນຫອມຫວນຂອງເຄື່ອງບູຊາເຫຼົ່ານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.