Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 81:2 - ພຣະຄຳພີສັກສິ

2 ຈົ່ງ​ເລີ່ມຕົ້ນ​ບັນເລງ​ດົນຕຼີ​ແລະ​ຕີ​ກອງ​ຢ່າງ​ອອນຊອນ ຈົ່ງ​ດີດ​ກິດຕາ​ແລະ​ກະຈັບປີ່

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 81:2
11 Jak'a apnaqawi uñst'ayäwi  

ພວກ​ເປົ່າແກ​ແລະ​ພວກ​ນັກຮ້ອງ​ໄດ້​ບັນເລງ​ດ້ວຍ​ຄວາມ​ສອດຄ່ອງ​ກັນ ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ແລະ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ໂດຍ​ປະສົມ​ປະສານ​ໄປ​ກັບ​ສຽງ​ແກ, ສຽງ​ແສ່ງ ແລະ​ສຽງເຄື່ອງ​ດົນຕຼີ​ອື່ນໆ; ພວກເຂົາ​ໄດ້​ເປ່ງສຽງ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ໃນ​ຂະນະທີ່​ພວກ​ປະໂຣຫິດ​ກຳລັງ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ທັນໃດນັ້ນ ກໍ​ມີ​ເມກ​ຫຸ້ມ​ເຕັມ​ຢູ່​ວິຫານ​ຂອງ​ພຣະເຈົ້າ ໂດຍ​ມີ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດແສງ​ແຈ້ງ​ທົ່ວໄປ ແລະ​ພວກເຂົາ​ກໍ​ດຳເນີນ​ພິທີ​ນະມັດສະການ​ຕໍ່ໄປ​ບໍ່ໄດ້.


ແລະ​ຜູ້​ຕິດຕາມ​ພວກເຂົາ​ມີ​ດັ່ງນີ້: ມາອາເສອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ ແລະ​ເອເຊ. ນັກຮ້ອງ​ຕ່າງໆ​ທີ່​ນຳ​ໂດຍ​ເຢຊະຣາຮີຢາ ກໍ​ຮ້ອງເພງ​ຈົນ​ສຸດ​ສຽງ​ຂອງ​ພວກເຂົາ.


ໂອ ພຣະເຈົ້າ​ພຣະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ​ເປັນ​ທີ່​ເພິ່ງ ເປັນ​ຜູ້​ທີ່​ຊົງ​ຮັກ​ຂອງ​ຂ້ານ້ອຍ.


ດ້ວຍ​ດົນຕຼີ​ຈາກ​ເຄື່ອງເສບ​ເປັນ​ສາຍ ໂດຍ​ສຽງ​ກິດຕາ ບັນເລງ​ເພງ​ພ້ອມ.


ແລ້ວ​ນາງ​ມີຣີອາມ ເອື້ອຍ​ອາໂຣນ​ທີ່​ເປັນ​ຜູ້ທຳນວາຍ​ກໍ​ຕີ​ກອງ​ອອກ​ໜ້າ ຕິດຕາມ​ດ້ວຍ​ຜູ້ຍິງ​ທຸກຄົນ​ທັງ​ຕີ​ກອງ​ແລະ​ຟ້ອນລຳ.


ເມື່ອ​ໄດ້​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກ​ເພີ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກເທດ.


ຈົ່ງ​ສົນທະນາກັນ​ດ້ວຍ​ບົດເພງ​ສັນລະເສີນ ບົດເພງ​ນະມັດສະການ, ບົດເພງ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ຈິດໃຈ​ຂອງ​ພວກເຈົ້າ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ມີ​ຜູ້ໃດ​ໃນ​ພວກເຈົ້າ​ທົນທຸກ​ຫລື ຈົ່ງ​ໃຫ້​ຜູ້ນັ້ນ​ພາວັນນາ​ອະທິຖານ ມີ​ຜູ້ໃດ​ຊົມຊື່ນ​ຍິນດີ​ຫລື ໃຫ້​ຜູ້​ນັ້ນ​ຮ້ອງເພງ​ສັນລະເສີນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka